ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ນັບແຕ່ຕົ້ນປີໃໝ່

ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ນັບແຕ່ຕົ້ນປີໃໝ່ - ảnh 1
ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ນັບແຕ່ຕົ້ນປີໃໝ່
(ພາບ: chinhphu.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 24/02, ຢູ່​ສຳນັກງານ​ລັດຖະບານ, ພາຍ​ໃຕ້​ການ​ຊີ້​ນຳ​​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ຄະນະ​ປະຈຳ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວກັບ​ສະພາບ​ບຸນປີ​ໃໝ່ ປີ​ມະ​ແມ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໄດ້​ຮັບປະກັນ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸ​ນ​ເຕັດ​ຢ່າງ​ອົບອຸ່ນ, ມ່ວນ​ຊື່ນ, ປອດ​ໄພ, ສົດ​ໄສ ​ແລະ ປະຢັດ. ບັນດາ​ຜະລິດ​ຕະພັນ​ສິນຄ້າ, ການ​ບໍລິການ​ຈຳ​ເປັນ​ຮັບ​ໃຊ້​ປະຊາຊົນ​ໄດ້​ຮັບ​ການ​ຮັບປະກັນ; ລາຄາ​ສິນຄ້າ​ເປັນ​ປົກກະຕິ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ, ​ສິນຄ້າ​ຂອງ​ຫວຽດນາມ ກວມອັນ​ຕາ​ສ່ວນ​ຫຼາຍ. ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ​ເປົ້າ​ໝາຍ​ປົກ​ປ້ອງ​ສັງຄົມໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຮັບ​ປະກັນ​ການ​ໄປມາ​ໃຫ້​ປະຊາຊົນ​; ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ປະຊາຊົນ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ​ເປັນ​ຢ່າງ​ດີ; ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ; ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ…

        ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ, ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ ຕ້ອງ​ເລີ່​ມປະຕິບັດ​ວຽກ​ງານ​ຢ່າງ​ທັນທີ, ຮີບ​ເຮັ່ງ, ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃຫ້​ຖືກ​ຕາມ​ພາລະ​ບົດ​ບາດ​ນັບ​ແຕ່​​ຕົ້ນ​ປີ​ໃໝ່, ​ເພີ່ມ​ທະວີ​ລະດັບ​ການ​ຜະລິດ, ​ເພື່ອ​ທົດ​ແທນ​ໃຫ້​ຊຸມ​ວັນພັກ​ຕ້ອນຮັບບຸນ​ເຕັດ.

ຂ່າວ/ບົດ​ອື່ນ