ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທີ່​ສຸດ​ໃຫ້​ແກ​່​ປະ​ຊາ​ຊ​ົນ

(VOVWORLD) -ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca. 
ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທີ່​ສຸດ​ໃຫ້​ແກ​່​ປະ​ຊາ​ຊ​ົນ - ảnh 1ພາບປະກອບ: nhandan.com.vn

ວັນທີ 24 ກຸມພາ, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດດ້ວຍຈຳນວນເກືອບ 120.000 ໂດສໄດ້ມາເຖິງສະໜາມບິນເຕິນເຊີນເຍິດ, ນະຄອນໂຮ່ຈີມິນ. ນີ້ແມ່ນວັກຊິນຊຸດທຳອິດ ທີ່ໄດ້ນຳເຂົ້າຫວຽດນາມ ຕາມສັນຍາສັ່ງຊື້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 30 ລ້ານໂດສ ລະຫວ່າງລະບົບສັກວັກຊິນ ຫວຽດນາມ Viet Nam Vaccine JSC (VNVC) ແລະ Astrazeneca. ພາຍຫຼັງມາຮອດຫວຽດນາມ, ຄາດວ່າ ຂະແໜງສາທາລະນະສຸກ ຫວຽດນາມ ຈະຜັນຂະຫຍາຍການສັກວັກຊິນໃຫ້ແກ່ 11 ກຸ່ມເປົ້າໝາຍບຸລິມະສິດຢ່າງທັນທີ. ທ່ານ ສາດສະດາຈານ ປ.ອ ເຈິ່ນດັກຟູ, ທີ່ປຶກສາສູນຮັບມືກັບສະພາບສາທາລະນະສຸກ ສຸນເສີນໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຍັງປະຕິບັດການສັກວັກຊິນໃຫ້ແກ່ເປົ້າໝາຍບຸລິມະສິດຕາມແຜນການ, ສັກໃຫ້ເປົ້າໝາຍທີ່ມີຄວາມສ່ຽງສູງ. ແຕ່ວຽກງານດັ່ງກ່າວ ຕ້ອງໄດ້ຮັບການຕິດຕາມ, ຕີລາຄາ, ເຊິ່ງບໍ່ແມ່ນສັກໃນວົງກ້ວາງ ໂດຍບໍ່ມີການຕິດຕາມ. ນີ້ແມ່ນວິທີເຮັດດີທີ່ສຸດ ເພື່ອໃຫ້ພວກເຮົາທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ທັງຮັບປະກັນໄດ້ຄວາມປອດໄພຂອງວັກຊິນ, ຮັບປະກັນຄວາມປອດໄພທີ່ສຸດໃຫ້ແກ່ປະຊາຊົນ.

        ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca. ນອກຈາກສັນຍາສັ່ງຊື້ວັນຊິນ 30 ລ້ານໂດສ ຈາກ Astrazeneca ແລ້ວ, ພາຍໃຕ້ການແນະນຳ ແລະ ໜູນຊ່ວຍຈາກກະຊວງສາທາລະນະສຸກ, VNVC ຈະສືບຕໍ່ເຈລະຈາສັ່ງຊື້ວັກຊິນກັນພະຍາດໂຄວິດ - 19 ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ