ຜັນຂະຫຍາຍການສ້າງແຜນຮ່າງລະບອບ, ນະໂຍບາຍທີ່ມີຕໍ່ຊາວຫວຽດນາມ ມີຄຸນງາມຄວາມດີຢູ່ລາວ

ຜັນຂະຫຍາຍການສ້າງແຜນຮ່າງລະບອບ, ນະໂຍບາຍທີ່ມີຕໍ່ຊາວຫວຽດນາມ ມີຄຸນງາມຄວາມດີຢູ່ລາວ - ảnh 1
(ພາບປະກອບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 13/01, ຄະນະ​ປະຕິບັດ​ງານ​ລະຫວ່າງ​ກະຊວງ​ຂອງ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລາວ​, ສະຫະສະມາຄົມຊາວ​ຫວຽດນາມ ​​ຢູ່​ລາວ ​ແລະ ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ນະຄອນຫຼວງວຽງ​ຈັນ. ການ​ໄປ​ປະຕິບັດ​ງານ​ຂອງ​ຄະນະ​ຄັ້ງ​ນີ້​ແມ່ນ​ເພື່ອ​ກວດກາ​ສະພາບ​ການ​ຕົວ​ຈິງ​ຂອງຊາວ​ຫວຽດນາມ ທີ່ມີ​ຄຸນງາມຄວາມດີ​ພວມ​ອາ​ໄສ​ຢູ່​ລາວ ​ເພື່ອ​ມີ​ພື້ນຖານ​ຄົ້ນ​ຄວ້າ, ​ເພີ່ມ​​ເຕີມ​ປັບປຸງ​​ແຜນ​ຮ່າງລະບອບ, ນະ​ໂຍບາຍ​ທີ່​ມີ​ຕໍ່ຊາວ​ຫວຽດນາມ ທີ່ມີ​ຄຸນງາມຄວາມດີພວມອາ​ໄສ​ຢູ່​ຕ່າງປະ​ເທດ. ມີ​ຫຼາຍຄຳ​ເຫັນ​ປະກອບສ່ວນ​ຂອງ​ພໍ​ແມ່​ປະຊາຊົນ​ວົງ​ຄະນະ​ຍາດ​ໄດ້​ສະ​ແດງ​ຄວາມ​ສະ​ເທືອ​ນ​ໃຈ​ຕໍ່ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ ທີ່​ມີ​ຕໍ່​ຊາວ​ຫວຽດນາມ ທີ່ມີ​ຄຸນງາມຄວາມດີພວມອາ​ໄສ​ຢູ່​ຕ່າງປະ​ເທດ. ພໍ່​ແມ່​ປະຊາຊົນ​ຫວັງ​ວ່າ, ​ແຜນ​ຮ່າງ​ຈະ​ໄດ້​ຮັບ​ການ​ຄົ້ນຄວ້າ​ຢ່າງ​ລະອຽດ, ກະກຽມ​ເປັນ​ຢ່າງ​ດີ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ໂດຍ​ໄວ.

ຂ່າວ/ບົດ​ອື່ນ