ຜັນຂະຫຍາຍຍຸດທະສາດ ແຫ່ງຊາດພັດທະນາ ຂະແໜງການຢາ ຫວຽດນາມ


 ຜັນຂະຫຍາຍຍຸດທະສາດ ແຫ່ງຊາດພັດທະນາ ຂະແໜງການຢາ ຫວຽດນາມ - ảnh 1

(ພາບປະກອບ: danviet.vn )

(vovworld)- ​ ​ວັນ​ທີ 6/12, ​ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ອົງການ​ອະນາ​ໄມ​ໂລກ ຈັດ​ກອງ​ປະຊຸມຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ພັດທະນາ​ຂະ​ແໜງ​ການ​ຢາ​ຫວຽດນາມ ​ໄລຍະ​ຮອດ​ປີ 2020 ​ແລະ ວິ​ໃສ​ທັດ​ຮອດ​ປີ 2030, ວາງ​ອອກ​ຈຸດໝາຍ​ລະອຽດ​ຮອດ​ປີ 2020 ​ແມ່ນຢາ 100% ຖືກ​ສະໜອງ​ໃຫ້​ແກ່​ຄວາມ​ຕ້ອງການ​ປ້ອງ​ກັນ, ປິ່ນປົວ​ພະຍາດ​ຢ່າງ​ທັນ​ການ, ຮອດ​ປີ 2030 ບັນລຸ​ຈຸດໝາຍ​ຢາ​ຜະລິດ​ພາຍ​ໃນ​ປະ​ເທດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນຳ​ໃຊ້​ໂດຍ​ພື້ນ​ຖານ, ຜະລິດ​​ຢາ​ປິ່ນປົວ​ພະຍາດ​ພິ​ເສດ​​ໄດ້, ​ເປັນ​ເຈົ້າການ​ໃນ​ການ​ຜະລິດ​ຢາ​ວັກ​ຊິນ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​, ຜະລິດ​ວັດຖຸ​ເຮັດ​ຢາ​ໄດ້. ລະບົບກວດກາ, ​ແຈກ​ຢາຍ​ຢາ, ວຽກ​ງານ​ການ​ຢາ​ທັດ​ທຽ​ມກັບ​ບັນດາ​ປະ​ເທດ​ກ້າວໜ້າ​ໃນ​ພາກ​ພື້ນ./.

ຂ່າວ/ບົດ​ອື່ນ