ຜັນຂະຫຍາຍຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ 2011 - 2020

ຜັນຂະຫຍາຍຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ 2011 - 2020 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 08/03, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລ​ະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ 2011 – 2020. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຜູ້​ແທນ​ເກືອບ 400 ຄົນແມ່ນ​ບັນດາ​ນັກວິທະຍາສາດ, ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ວຽກ​ງານ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ວິ​ທະຍາ​ສາດ. ​ຕາມ​ນັ້ນ​ແລ້ວ, ​ໄລຍະ 2011 – 2020 ຈະ​​ແມ່ນ​ໂອກາດ​​ເພື່ອ​ໃຫ້​ວິທະຍາສາດ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອບຸກທະລຸ​ໃນ​ວິວັດ​ການ​ເຊື່ອມ​ໂຍ​ງ​ເສດຖະກິດ​ສາກົນ.

“​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບົດ​ບາດ​ຕົວ​ຈິ່ງ​ ມະຕິ​ສູນ​ກາງ​ທີ 6 ກໍ​ຫວນ​ຄືນ​ວ່າ ວິທະຍາສາດ​ບໍ່​ທັນ​ໄດ້​ຮັບຖື​ວ່າແມ່ນ​ລັດຖະນະ​ໂຍບາຍ​ຢ່າງ​ແທດ​ຈິງ, ​ໃນ​ນັ້ນສາຍເຫດ​ຕົ້ນ​ຕໍ່​ແມ່ນ​ຍັງບໍ່ທັນຮັບ​ຮູ້​ຢ່າງຄົບ​ຖ້ວນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ມັນ. ນີ້​ແມ່ນ​ບັນຫາເຊິ່ງມະຕິ​ສູນ​ກາງ​ທີ 6 ​ໄດ້​ຍົກ​ອອກ​ມາ ​ແລະ ຍຸດ​ທະ​ສາດ​ທີ່ໄດ້​ວາງ​ອອກ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ແກ້​ໄຂ​ບັນຫາ​ນັ້ນ. ພວກ​ເຮົາ​ຕ້ອງ​ສູ້​ຊົນ​ຮອດ​ທ້າຍ​ປີ 2013 ​ແກ້​ໄຂ​ເອກະສານ​ທຸກ​ຢ່າງທີ່​ກ່ຽວຂ້ອງ​ເຖິງ​ກົນ​ໄກ​ປ່ຽນ​ໃໝ່​ວິທະຍາສາດ​ໂດຍ​ພື້ນຖານ.”

ສ່ວນ​ທ່ານ​ລັດຖະມົນຕີກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ ຢືນຢັນ​ວ່າ; ຍຸດ​ທະ​ສາດ​ພັດ​ທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄລຍະ 2011 – 2020 ກຳນົດ​ຄາດໝາຍ​ຢ່າງ​ຈະ​ແຈ້ງວ່າ ປ່ຽນໃໝ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ ຫວຽດນາມ ​ຢ່າງ​ແຮງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ