ຜັນຂະຫຍາຍຖະແຫຼງການ ອາຊຽນ ວ່າດ້ວຍບົດບາດຂອງ ພື້ນຖານລັດຖະການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວຽນຊວນຝຸກ ຫາກໍ່ອະນຸມັດຜ່ານ ແຜນຮ່າງການຜັນຂະຫຍາຍ “ຖະແຫຼງການ ອາຊຽນ ວ່າດ້ວຍບົດບາດຂອງ ພື້ນຖານລັດຖະການ ເປັນທາດເລັ່ງ ໃນການບັນລຸໄດ້ ວິໄສທັດ ອາຊຽນ 2025”. 
ຜັນຂະຫຍາຍຖະແຫຼງການ ອາຊຽນ ວ່າດ້ວຍບົດບາດຂອງ ພື້ນຖານລັດຖະການ - ảnh 1ທ່ານນາຍົກລັດຖະມົນຕີ  ຫວຽນຊວນຝຸກ ກວດກາວຽກງານກະກຽມກອງປະຊຸມ WEF ASEAN (ພາບ: TTXVN) 

ແຜນຮ່າງແນໃສ່ຊຸກຍູ້ການປະຕິບັດບັນດາເປົ້າໝາຍຂອງ  “ຖະແຫຼງການ ອາຊຽນ ວ່າດ້ວຍບົດບາດຂອງ ພື້ນຖານລັດຖະການ ເປັນທາດເລັ່ງ ໃນການບັນລຸໄດ້ ວິໄສທັດ ອາຊຽນ 2025” ໃນລະດັບຊາດຢ່າງມີປະສິດທິຜົນ, ຈາກນັ້ນ ປະຕິບັດບັນດາເປົ້າໝາຍພາກພື້ນກ່ຽວກັບການສ້າງປະຊາຄົມ ອາຊຽນ ໃຫ້ສຳເລັດ ມຸ່ງໄປສູ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ຕາມແຜນຮ່າງ, ປີ 2019 ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈະສ້າງ, ປະກາດໃຊ້ແຜນການດຳເນີນງານ ໃນການປະຕິບັດແຜນຮ່າງ. ແຜນຮ່າງສຸມໃສ່ ຍູ້ແຮງບັນດາການເຄື່ອນໄຫວ ໂຄສະນາ, ຍົກສູງຄວາມຮັບຮູ້ກ່ຽວກັບເປົ້າໝາຍຂອງວິໄສທັດປະຊາຄົມ ອາຊຽນ 2025 ສຳລັບຖັນແຖວພະນັກງານ, ພາລະກອນ, ລັດຖະກອນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ; ຮັບເອົາບັນດາຫຼັກການບໍລິຫານຢ່າງມີປະສິດທິຜົນຂອງ ອາຊຽນ ເຂົ້າໃນໂຄງການປະຕິຮູບ ລັດຖະການ ແລະ ສ້າງກຳລັງຄວາມສາມາດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ສ້າງອົງການບໍລິຫານຂັ້ນຕ່າງໆ ຢ່າງໂປ່ງໃສ, ມີຄວາມຮັບຜິດຊອບ, ມີປະສິດທິຜົນ, ມີຄວາມສາມາດແກ້ໄຂບັນດາສິ່ງທ້າທາຍໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ