ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຊຸກ​ຍູ້ວຽກງານ​ສັງ​ຄົມ

(VOVWORLD) -ໃນຂອບເຂດແຜນການປະຕິບັດງານຂອງ ກອງປະຊຸມສະມາຄົມວຽກງານສັງຄົມ ອາຊຽນ ໄລຍະ 2021 – 2025, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ມີບົດບາດເປັນອົງການຈັດຕັ້ງການກໍ່ສ້າງຖະແຫຼງການ ແລະ ວິວັດການຈັດຕັ້ງກອງປະຊຸມ.
ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຊຸກ​ຍູ້ວຽກງານ​ສັງ​ຄົມ - ảnh 1ພາບປະກອບ:  shutterstock

ຕອນເຊົ້າວັນທີ 26 ເມສາ, ກອງປະຊຸມທາງໄກລະຫວ່າງຂະແໜງໃນພາກພື້ນ ຂຶ້ນກັບ ອາຊຽນ ກ່ຽວກັບການຊຸກຍູ້ວິວັດການຜັນຂະຫຍາຍຖະແຫຼງການຮ່າໂນ້ຍ ກ່ຽວກັບການຊຸກຍູ້ວຽກງານສັງຄົມ, ມຸ່ງໄປເຖິງປະຊາຄົມ ອາຊຽນທີ່ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ໄດ້ຈັດຕັ້ງແບບທາງໄກ. ຢູ່ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 38 ແລະ 39, ບັນດາການນຳອາຊຽນ ໄດ້ຮັບຮູ້ວິວັດການປະຕິບັດຖະແຫຼງການຮ່າໂນ້ຍ ກ່ຽວກັບການຊຸກຍູ້ວຽກງານສັງຄົມ, ມຸ່ງໄປເຖິງປະຊາຄົມ ອາຊຽນ ທີ່ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື ພາຍຫຼັງຖະແຫຼງການທີ່ການນຳຂັ້ນສູງ ອາຊຽນ ໄດ້ຮັບຮອງເອົາເມື່ອປີ 2021. ຕາມນັ້ນແລ້ວ, ໃນຂອບເຂດແຜນການປະຕິບັດງານຂອງ ກອງປະຊຸມສະມາຄົມວຽກງານສັງຄົມ ອາຊຽນ ໄລຍະ 2021 – 2025, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ມີບົດບາດເປັນອົງການຈັດຕັ້ງການກໍ່ສ້າງຖະແຫຼງການ ແລະ ວິວັດການຈັດຕັ້ງກອງປະຊຸມ.

ເຂົ້າຮ່ວມກອງປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລື ບັນດາເນື້ອໃນລວມມີ: ເພີ່ມທະວີຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງຖະແຫຼງການຮ່າໂນ້ຍ ແລະ ຊຸກຍູ້ວຽກງານສັງຄົມ, ພ້ອມກັບວິວັດການປະຕິບັດຖະແຫຼງການ, ປຶກສາຫາລືກ່ຽວກັບບົດບາດຂອງພະນັກງານປະຕິບັດວຽກງານສັງຄົມ ໃນບັນດາຂົງເຂດຄື: ການສຶກສາ,ການແພດ ແລະ ຄຸ້ມຄອງບັນດາໄພທຳມະຊາດ, ສ້າງບັນດາແນວຄວາມຄິດຫຼັກ ເພື່ອສ້າງ ການແນະນຳກ່ຽວກັບບົດບາດວຽກງານສັງຄົມ ໃນບັນດາອົງການວິຊາສະເພາະ ແລະ ອັດຕາພະນັກງານປະຕິບັດວຽກງານສັງຄົມຢູ່ບັນດາປະເທດສະມາຊິກອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ