ຜັນຂະຫຍາຍທໍ່ສົ່ງນ້ຳມັນຈາກທ່າກຳປັ່ນຮ່ອນລາ(ຫວຽດນາມ)ໄປລາວ

ຜັນຂະຫຍາຍທໍ່ສົ່ງນ້ຳມັນຈາກທ່າກຳປັ່ນຮ່ອນລາ(ຫວຽດນາມ)ໄປລາວ - ảnh 1
ພາບ​ປະ​ກອບ

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ແຂວງ ກວາງ​ບິ່ງ ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຂັ້ນ​ສູງ​ລັດ​ຖະ​ບານ ລາວ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາ​ດ ເລັ່ງ​ສະ​ຫວັດ ນຳ​ໜ້າ, ຕອນ​ເຊົ້າ​ວັນ​ທີ 11/1, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ບິ່ງ ເຮັດ​ວຽກ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ 2 ປະ​ເທດ​ກ່ຽວ​ກັບ​ໂຄງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ຈ​າກ​ທ່າ​ກຳ​ປັ່ນ ຮ່ອນ​ລາ, ຫວຽດ​ນາມ ​ໄປ​ລາວ. ໂຄງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ຈາກ​ທ່າ​ກຳ​ປັ່ນ ຮ່ອນ​ລາ, ແຂ​ວງ ກວາ​ງ​ບິ່ງ ​ໄປ​ລາວ ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ PetroLao ເປັນ​ເຈົ້າ​ຂອ​ງ​ລົງ​ທຶນ, ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ​ລາວ ຖື​ຫຸ້ນ 100%. ສາງ​ຂອງ​ໂຄງ​ການ​ຈະ​​ຜັນ​ຂະ​ຫຍາຍ​ໃນ​ເຂດ​ອຸດ​ສາ​ຫະ​ກຳ​ທ່າ​ກຳ​ປັ່ນ ຮ່ອນ​ລາ, ແຂວງ ກວາງ​ບິ່ງ.

        ພາຍຫຼັງ​ການ​ສຳ​ຫຼ​ວດຄັ້ງນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຈະ​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ເພື່ອອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ບັນ​ດາ​ຂັ້ນ​ຕອນ​ຕໍ່​ໄປ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ.


ຂ່າວ/ບົດ​ອື່ນ