ຜັນ​ຂະ​ຫຍາຍ​ບັ້ນ​ຂົນ​ຂວາຍ “ກ​ໍ່​ສ້າງວັດ​ທະ​ນະ​ທ​ຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ” ທີ່ ປະ​ເທດສາ​ທາ​ລະ​ນະ​ລັດເຊັກ​ໂກ

(VOVWORLD) -ຕອນບ່າຍວັນທີ 5 ກັນຍາທີ່ນະຄອນຫຼວງPraha, ແຫ່ງສາທາລະນະລັດເຊັກໂກ, ໄດ້ດຳເນີນກອງປະຊຸມກ່ຽວກັບການຜັນຂະຫຍາຍບັ້ນຂົນຂວາຍ“ກໍ່ສ້າງວັດທະນະທຳວິສາຫະກິດຫວຽດນາມ”ໂດຍລັດຖະບານປຸກລະດົມເຂົ້າສູ່ຊີວິດຂອງປະຊາຄົມວິສາຫະກິດຫວຽດນາມຢູ່ ສາທາລະນະລັດເຊັກໂກ. 
ຜັນ​ຂະ​ຫຍາຍ​ບັ້ນ​ຂົນ​ຂວາຍ “ກ​ໍ່​ສ້າງວັດ​ທະ​ນະ​ທ​ຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ” ທີ່ ປະ​ເທດສາ​ທາ​ລະ​ນະ​ລັດເຊັກ​ໂກ - ảnh 1ສູນການຄ້າ sapa, ໂດຍເປັນສະຖານທີ່ທີ່ມີຊາວຫວຽດນາມ 3000 ຄົນດຳເນີນທຸລະກິດເປັນເປັນປະຈຳ (ພາບ: Vietnam+) 

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍຜ່ານການສົມທົບກັນລະຫວ່າງຄະນະຈັດຕັ້ງການຜັນຂະຫຍາຍບັ້ນຂົນຂວາຍ“ກໍ່ສ້າງວັດທະນະທຳວິສາຫະກິດຫວຽດນາມ” (ເອີ້ນຫຍໍ້ວ່າ BTC 248) ແລະສະມາຄົມຊາວຫວຽດນາມຢູ່ ສາທາລະນະລັດເຊັກໂກ.

ກ່າວປາໄສທີ່ກອງປະຊຸມ, ທ່ານຫງວຽນຢຸຍຍຽນ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສາທາລະນະລັດເຊັກໂກໄດ້ຊີ້ໃຫ້ເຫັນວ່າ:ປະຊາຄົມຊາວຫວຽດນາມຢູ່ ສາທາລະນະລັດເຊັກໂກນັ້ນສາມາດເອີ້ນໄດ້ວ່າເປັນປະຊາຄົມວິສາຫະກິດໄດ້ ເນື່ອງຈາກວ່າມີກວ່າ 90% ແມ່ນວິສາຫະກິດ, ເຊິ່ງປະກອບມີ ວິສາຫະກິດຂະໜາດກາງແລະນ້ອຍ, ວິສາຫະກິດຂອບຂະໜາດທົ່ວໂລກ. ໃນໄລຍະຈະມາເຖິງນີ້ ຈະມີ ວິສາຫະກິດຫຼາຍແຫ່ງບືນຕົວຂຶ້ນສູ່ທົ່ວໂລກແຕ່ຍັງອວາຍເມືອຫາບ້ານເກີດເມືອງນອນ.ວັດທະນະທຳວິສາຫະກິດອາດຖືໄດ້ວ່າເປັນ “ວິນຍານ” ຂອງວິສາຫະກິດ. ວິສາຫະກິດຈະມີການດຳລົງຄົງຕົວ, ພັດທະນາຢ່າງຍາວນານໄດ້ຫຼືບໍ່ນັ້ນແມ່ນຈະຕ້ອງມີວັດທະນະທຳວິສາຫະກິດ, ວິສາຫະກິດຕ້ອງມີວັດທະນະທຳໃນການດຳເນີນທຸລະກິດ.

        ປິດກອງປະຊຸມ,ໂດຍທ່ານໂຮ່ແອັງຕວັ໋ນຫົວໜ້າຄະນະຈັດຕັ້ງ 248ແລະທ່ານຫງວຽນຢຸຍຍຽນ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ສາທາລະນະລັດເຊັກໂກເປັນຜູ້ຕາງໜ້າຮ່ວມກັນລົງນາມໃນແຜນການສົມທົບກັນຜັນຂະຫຍາຍບັ້ນຂົນຂວາຍກໍ່ສ້າງວັດທະນະທຳວິສາຫະກິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ