ຜັນຂະຫຍາຍບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງວ່ອງໄວ

ຜັນຂະຫຍາຍບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງວ່ອງໄວ - ảnh 1

ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ກ່າວຄຳເຫັນທີ່ກອງປະຊຸມ

(vovworld) - ຕອນ​ບ່າຍ​ວັນ​ທີ 4/7, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​​ໄດ້ເປັນ​ປະທານ​ກອງ​ປະຊຸມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ຮັບ​ຟັງການສະ​ເໜີ​ຮ່າງ​ໂຄງການ​ເຄື່ອນ​ໄຫວ​ປະຕິບັດ​ມະຕິ​ເລກທີ 15, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 5 (ຊຸດ​ທີ 11) ກ່ຽວ​ກັບ “ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ໄລຍະ 2012 - 2020”. ຕາມ​ນັ້ນ​​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ຄົ້ນ​ຄ້ວາ, ປະຕິບັດ​ທົດ​ລອງ​ບາງ​ກົນ​ໄກ​ນະ​ໂຍບາຍ ​ແລະ ຮູບ​ແບບ​ຮັບປະກັນ​ຊີວິດ​ສັງຄົມ​ໃໝ່, ສົ່ງ​ເສີມ​ປະຊາຊົນ​ເບິ່ງ​ແຍງ​ຮັບປະກັນ​ຊີວິດ​ສັງຄົມ​ເອງ, ໜູນ​ຊ່ວຍ​ບັນດາ​ເປົ້າ​ໝາຍ​ບໍ່​ທັນ​ເຂັ້ມ​ແຂງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ປະຕິບັດ​ບັນດາ​ຈຸດໝາຍ​ຮັບປະກັນ​ຊີ​ວິດ​ສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຮຽກຮ້ອງ​ວ່າ: ນັບແຕ່​ນີ້​ຮອດ​ວັນ​ທີ 30/7, ກະຊວງ​​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຕ້ອງ​ປະຕິບັດ​ສຳ​ເລັດ​ເລື່ອງ​ຮັບເອົາ​ຄຳ​ເຫັນ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ມະຫາຊົນ, ທ້ອງ​ຖີ່​ນ ​ເພື່ອ​ປະຕິບັດ​ສຳ​ເລັດ​ຮ່າງ​ໂຄງການ​ເຄື່ອນ​ໄຫວ. ​ເພີ່ມ​ເຕີມ​ເຂົ້າ​ໃນ​ຮ່າງ​ເນື້ອ​ໃນ​ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ລັດຖະບານ ​ເພື່ອ​ລາຍ​ງານ​ຕໍ່​ຄະນ​ະ​ເລຂາ, ກົມ​ການ​ເມືອງ. ນອກຈາກ​ນັ້ນ, ຄວນ​ມີ​ບົດ​ລາຍ​ງານ​ຕີ​ລາຄາ​ຜົນ​ສະທ້ອນ​ຂອງ​ນະ​ໂຍບາຍ, ຕ້ອງ​ມີ​ບັນ​ດາ​ມາ​ດຕະການ​ສະ​ເພາະ ທີ່​ມີ​ລັກສະນະບຸກທະລຸ ​ເພື່ອ​ໃຫ້​ວົງ​ຄະນະ​ຍາດ​ຊົນ​ເຜົ່າສຳ​ພັດ​ກັບນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ດີ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ