ຜັນຂະຫຍາຍວັນກົດໝາຍປີ2015

ຜັນຂະຫຍາຍວັນກົດໝາຍປີ2015 - ảnh 1
(ພາບປະກອບ)

​​(vovworld) - ວັນ​ກົດໝາຍ​ປີ 2015 ມີ​ຫົວ​ຂໍ້​ວ່າ “ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ປະກອບສ່ວນ​ສ້າງ​ລັດ​ແຫ່ງອຳນາດ​ນິຕິ​ບັນຍັດ​ສັງຄົມ​ນິຍົມ; ປົກ​ປ້ອງ​ສິດ​ທິມະມຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນ​ລະ​​ເມືອງ”. ບັນດາ​ການ​ເຄື່ອນ​ໄຫວ​​ເພື່ອ​ຕອບ​ສະໜອງວັນ​ກົດໝາຍວັນທີ​ 09/11/2015 ຈະສຸມ​ໃສ່​ໃນ 2 ​ເດືອ​ນ, ​ເລີ່​ມ​ແຕ່​ວັນ​ທີ 01/10 ຮອດ​ວັນ​ທີ 31/11/2015, ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ສັບ​ປະດາ​ແຕ່​ວັນ​ທີ 02 – 09/11/2015. ການຈັດ​ຕັ້ງ​ວັນ​ກົດໝາຍ​ປີ 2015 ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ລັດຖະທຳ​ມະນູນ, ກົດໝາຍ; ສຶກສາອົບ​ຮົບ​ສະຕິ​ເຄົາ​ລົບ​ກົດໝາຍ​ໃຫ້​ທຸກໆ​ຄົນ​ໃນ​ສັງຄົມ; ຢືນຢັນ​ທີ່​ຕັ້ງ, ບົດບາດ, ຄວາມ​ໝາຍ​ຂອງວັ​ນກົດໝາຍ ​ແລະ ບົດບາດ​ຂອງ​ກົດໝາຍ​ໃນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ