ຜັນ​ຂະ​ຫຍາຍຫຼາຍກ​ານ​ເຄື່ອນ​ໄຫວ​ໃນ​ເດືອນ​ກຳ​ມະ​ກອນ​ປີ 2023

(VOVWORLD) - ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດເວທີປາໄສເພື່ອໃຫ້ການນຳພັກ, ລັດ ພົບປະ, ແບ່ງປັນ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງຫວັງຢາກອຸທິດສ່ວນພັດທະນາປະເທດຊາດຂອງກຳມະກອນຜູ້ອອກແຮງງານ.

ເດືອນກຳມະກອນປີ 2023 ໄດ້ດຳເນີນແຕ່ວັນທີ 1 – 31 ພຶດສະພາ ດ້ວຍຫົວຂໍ້ “ເຊື່ອມຕໍ່ ກຳມະກອນ, ສ້າງອົງການຈັດຕັ້ງ”. ຕາມນັ້ນແລ້ວ, ມີຫຼາຍການເຄື່ອນໄຫວເບິ່ງແຍງດູແລກຳມະກອນຜູ້ອອກແຮງງານ ນັບທັງທາງດ້ານວັດຖຸ ແລະ ຈິດໃຈຈະໄດ້ຮັບການຜັນຂະຫຍາຍປະຕິບັດ.

ລະອຽດແມ່ນ, ທຸກຂັ້ນ, ທຸກຂະແໜງການ ແລະ ຜູ້ນຳໃຊ້ແຮງງານຈັດຕັ້ງບັນດາເວທີປາໄສ “ກຳມະກອນເພື່ອວິສາຫະກິດ, ວິສາຫະກິດເພື່ອກຳມະກອນ”, ຜັນຂະຫຍາຍບັນດາການເຄື່ອນໄຫວ “ຂອບໃຈຜູ້ອອກແຮງງານ” ເພື່ອແນໃສ່ລະດົມກຳລັງໃຈ, ແກ້ໄຂບັນດາບັນຫາໂດຍຜູ້ອອກແຮງງານເອົາໃຈໃສ່, ພ້ອມທັງສະເໜີບັນດາວິສາຫະກິດ ຊອກຫາວິສາຫະກິດຊອກຫາວິທີການຮັບປະກັນວຽກເຮັດງານທຳ, ລາຍຮັບໃຫ້ແກ່ຜູ້ອອກແຮງງານ ແບບຍືນຍົງ. ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດເວທີປາໄສເພື່ອໃຫ້ການນຳພັກ, ລັດ ພົບປະ, ແບ່ງປັນ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງຫວັງຢາກອຸທິດສ່ວນພັດທະນາປະເທດຊາດຂອງກຳມະກອນຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ