ຜັນຂະຫຍາຍເຂດຫ້າມບິນ ແລະ ຄຳສັ່ງຫ້າມຊ້ອມຮົບໃກ້ເຂດຊາຍແດນລະຫວ່າງ ສ. ເກົາຫຼີ ແລະ ສປປ ເກົາຫຼີ ຢ່າງເປັນທາງການ

(VOVWORLD) - ເຂດຫ້າມບິນແກ່ຍາວ 40 ກມ ຈາກເໜືອລົງຮອດໃຕ້ - ນັບແຕ່ເສັ້ນແບ່ງເຂດທາງການທະຫານ (MDL) ໄປທາງທິດຕາເວັນອອກ - ແລະ 20 ກມ ໃນທາງທິດຕາເວັນຕົກ.

 ໃນການກະທຳຫຼ້າສຸດເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ, ວັນທີ 1 ພະຈິກ, ເຂດຫ້າມບິນ ແລະ ຄຳສັ່ງຫ້າມທຳການຊ້ອມຮົບທີ່ໃກ້ກັບຊາຍແດນ ສ. ເກົາຫຼີ ແລະ ສປປ ເກົາຫຼີ ມີຜົນສັກສິດຢ່າງເປັນທາງການ. ເຂດຫ້າມບິນແກ່ຍາວ 40 ກມ ຈາກເໜືອລົງຮອດໃຕ້ - ນັບແຕ່ເສັ້ນແບ່ງເຂດທາງການທະຫານ (MDL) ໄປທາງທິດຕາເວັນອອກ - ແລະ 20 ກມ ໃນທາງທິດຕາເວັນຕົກ.

        ບັນດາມາດຕະການດັ່ງກ່າວແມ່ນສ່ວນໜຶ່ງຂອງ “ບົດບັນທຶກຂໍ້ຕົກລົງປະຕິບັດຖະແຫຼງການ Panmunjom ຢູ່ເຂດທະຫານ” ໂດຍທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ແລະ ການນຳ ສປປ ເກົາຫຼີ Kim Jong – un ຮັບຮອງເອົາເມື່ອວັນທີ 19 ກັນຍາ. ສອງຝ່າຍໄດ້ເຫັນດີຢຸດຕິ “ທຸກໆການກະທຳທີ່ເປັນປໍລະປັກ”, ເກັບກູ້ທຸ່ນລະເບີດເທື່ອລະກ້າວ ກໍ່ຄືລົບລ້າງປ້ອມກວດກາໃນເຂດປອດທະຫານ (DMZ), ຫ້າມບັນດາການຊ້ອມຮົບຍິງລູກປືນແທ້ໂດຍມີການເຂົ້າຮ່ວມຂອງເຮືອບິນ ແລະ ບັນດາອາວຸດນຳວິຖີຈາກອາກາດສູ່ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ