ຜັນຂະຫຍາຍແຜນການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຕາບອດ

ຜັນຂະຫຍາຍແຜນການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຕາບອດ - ảnh 1
(ພາບປະກອບຈາກ Dương Ngọc/TTXVN)

(vovworld) – ວັນ​ທີ 21/8, ຢູ່​ນະຄອນ ​ເຫ້ວ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຕາ​ບອດ, ​ໂຮງໝໍ​ຕາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສ້າງ​ແຜນການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຕາ​ບອດ​​ໄລຍະ 2014 – 2018 ​ແລະ ​ແນະນຳ​ການ​ດູ​ແລ​ຕາ ຢູ່​ຂັ້ນ​ເມືອງ​ໃນ​ເຂດພາກ​ກາງ - ​ໄຕ​ງວຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມທົ່ວ​​ໂລກຂອງ ຫວຽດນາມ ກັບ​ອົງການ​ອະນາ​ໄມ​ໂລກ ກ່ຽວ​ກັບ​ໂຄງການ “ຈັກຂຸ​ສຳ​ພັດ 2020”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸ​ມ​ໃສ່, ສ້າງ​ລາຍ​ການ ​ແລະ ​ແຜນການ​ເຄື່ອນ​ໄຫວ​ລະອຽດ​ໃຫ້​ບັນດາ​ແຂວງ, ນະ​ຄອນ​ໃນ​​ເຂດ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ແຜນ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຕາ​ບອດ. ທ່ານ​ຮອງ​ສາດສະດາຈານ, ດຣ ຫວຽນ​ຕ໋ຽນຢູງ, ​ເລຂາ​ຄະນະ​ກຳມະການ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຕາ​ບອດ ຂອງ​ກະຊວງ​ສາທາ​ລະນະ​ສຸກ, ​ໃຫ້​ຮູ້​ວ່າ:

    “​ໃນ​ຊຸມ​ປີຜ່ານມາ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກກະຊວງ​ສາທາລະນະ​ສຸກ ກໍ່​ຄື​ຂອງ​ລັດຖະບານ, ພິ​ເສດ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ອົງການ​ສາກົນ​ດ້ວຍ​ຈຳນວນ​ເງິນ​ໜູນ​ຊ່ວຍ​ປະມານ 3 ລ້ານ USD/ ປີ, ​ແຕ່ລະ​ປີ, ​ຂະ​ແໜງ​ຕາ ​ໄດ້​ນຳ​ມາ​ເຊິ່ງ​ແສງ​ສະຫວ່າງໃຫ້​ຄົນ​ຕາ​ບອດ 170.000 ຄົນ. ນອກຈາກ​ນັ້ນ​ແລ້ວ, ຂະ​ແໜງ​ຍັງ​ສະໜອງ​ແວ່ນ​ຕາ​ໃຫ້​ເດັກນ້ອຍ​ນັບ​ຮ້ອຍ​ຄົນ.”

ຂ່າວ/ບົດ​ອື່ນ