ຜັນຂະຫຍາຍແຜນຮ່າງຊ່ວຍເຫຼືອຄົນພິການໄລຍະ 2012 - 2020

ຜັນຂະຫຍາຍແຜນຮ່າງຊ່ວຍເຫຼືອຄົນພິການໄລຍະ 2012 - 2020 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 11/12, ​ໄດ້​ດຳ​ເນີນ​ກອງ​ປະຊຸມ “ຜັນ​ຂະຫຍາຍ​ແຜນຮ່າງ​ຊ່ວຍ​ເຫຼືອ​ຄົນ​ພິການ​ໄລຍະ 2012 - 2020” (​ແຜນ​ຮ່າງ 1019), ​ໂດຍ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມ​ທົບ​ກັບ​ກອງ​ທຶນ​​ເດັກ​ນ້ອຍ​ສະ​ຫະປະຊາ​ຊາດ (UNICEF), ຈັດ​ຕັ້ງ. ​ແຜນ​ຮ່າງ “ຊ່ວຍ​ເຫຼືອ​ຄົນ​ພິການ​ໄລຍະ 2012 - 2020” ​ໄດ້​ວາງ​ອອກ 9 ​ຄາດໝາຍ, ສຸມ​ໃສ່​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຄົນ​ພິການ​ສຳ​ພັດ​ກັບ​ບັນດາ​ຄາດດໝາຍ​ກ່ຽວ​ກັບ​ວັດທະນະທຳ, ການ​ສຶກສາ, ​ຄົມມະນາຄົມ, ພັດທະນາ​ເສດຖະກິດ… ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ຈ້ອງ​ດ່າ​ມ (Nguyen Trong Dam) ​ໃຫ້​ຮູ້​ວ່າ.

        “ນີ້​ແມ່ນ​ໜ້າ​ທີ່​ເສດຖະກິດ​ສັງຄົມ​ສຳຄັນ​ຂອງ​ບັນດາ​ກະຊວງ ​ແລະ ທ້ອງ​ຖິ່ນ. ນະ​ໂຍບາຍ, ​ໂຄງການ​ຂອງ​ລັດທັງ​ໝົດ ລ້ວນ​ແຕ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ຂັ້ນ​ຮາກ​ຖານ. ​ເພາະສະ​ນັ້ນ, ປະທານ​ຄະນະ​ກຳມະການ​ປະຊາຊົນ, ສະພາ​ປະຊາຊົນ​ຕ້ອງ​ມີຄວາມຮັບຜິດຊອບ​ປະ​ຕິ​ບັດ. ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ເພ່ືອ​ໃຫ້​ໝົດ​ງວດທີ 1 ປີ 2013 ບັນດາ​ທ້ອງ​ຖິ່ນ​ລ້ວນ​ແຕ່ໄດ້​ຮັບ​ການອະ​ນຸມັດ​ຜ່ານ​ໂຄງການ​ນີ້, ​ເພື່ອ​ໃຫ້​ພວກ​ເຮົາ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ”.

ຂ່າວ/ບົດ​ອື່ນ