ຜັນຂະຫຍາຍແຜນຮ່າງປັບປຸງ ແລະ ພັດທະນາລະບົບໂຮງຮຽນກິນນອນຊົນເຜົ່າໄລຍະ 2011 – 2015

ຜັນຂະຫຍາຍແຜນຮ່າງປັບປຸງ ແລະ ພັດທະນາລະບົບໂຮງຮຽນກິນນອນຊົນເຜົ່າໄລຍະ 2011 – 2015 - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 20/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ປັບປຸງ ​ແລະ ພັດທະນາ​ລະບົບ​ໂຮງຮຽນ​ມັດທະ​ຍົມ​ກິນນອນ​ຊົນ​ເຜົ່າ​ໄລຍະ 2011 – 2015. ​ແຜນ​ຮ່າງ​ໄດ້​ລົງທຶນ​ຈຳນວນ​ເງິນກ່ວາ 4.000 ຕື້​ດົ່ງ, ​ເພື່ອ​ແນ​ໃສ່​ຈຸດໝາຍ​ຮອດ​ປີ 2015 ທົ່ວ​ປະ​ເທດ​ມີ​ໂຮງຮຽນ​ມັດທະຍົມກິນ​ນອນ​ຊົນ​ເຜົ່າ​ເກືອບ 320 ​ແຫ່ງ​ໄດ້​ລົງທຶນ​ຍົກ​ລະດັບ ​ແລະ ກໍ່ສ້າງ​ໃໝ່​ດ້ວຍ​ວັດຖຸ​ອຸປະກອນ​ທັນ​ສະ​ໄໝ, ຄົບ​ຊຸດ​ຮັບ​ໃຊ້ຄວາມ​ຕ້ອງການ​ຮ່ຳຮຽນ​ໃຫ້​ແກ່​ນັກຮຽນ 90.000 ຄົນ, ສູ້​ຊົນເພື່ອ​ເຮັດ​ໃຫ້ຈຳນວນ​ໂຮງຮຽນ​ກິນ​ນອນ​ຊົນ​ເຜົ່າ​ທີ່ບັນ​ລຸ​ມາດຕະຖານ​ລະດັບ​ຊາດ ກວມ 30%. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນຫາ​ເຊິ່ງຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ ການປຸກລະດົ​ມ​ແຫຼ່ງທຶນ​ໃນ​ໄລຍະ​ສັ້ນ​ແມ່ນ​ຫຍູ້​ງຍາກ​. ທ່ານ​ນາງ ຫງວຽນ​ທິເງັຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງສ​້າງ​ໃຫ້​ຮູ້​ວ່າ:

“ຄວາມ​ຕ້ອງການ​ຍັງ​ຫຼາຍ​ຢູ່, ​​ແຕ່ປະ​ເທດ​ພັດ​ປະສົມ​ກັບຄວາມ​ຫຍູ້​ງຍາກ. ຂ້າພະ​ເຈົ້າ​ຄິດ​ວ່າ, ຕ້ອງ​ການມີ​ການ​ສົມທົບ​ລະຫວ່າງ​ກະຊວງ​ສຶກສາ - ບຳລຸງ​ສ້າງ ​ກັບ​ບັນ​ດາ​ກະຊວງ​ຂະ​ແໜງ​ການ​ສູນ​ກາງທີ່​ສຸດ, ການ​ຊີ້​ນຳ​ຢ່າງ​ທັນ​ການ​ຂອງ​ລັດຖະບານ, ບັນດາ​ທ້ອງ​ຖິນ. ສ່ວນຄ່າ​ໃຊ້​ຈາ​ຍ​ໃຫ້​ແກ່​ແຜນ​ຮ່າງ​​ແມ່ນ​ຕ້ອງມີ​ການ​ສົມທົບ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ສົມທົບ​ກັບ​ບັນດາ​ໂຄງການ​ແຜນ​ຮ່າງ​ອື່ນ​ຂອງ​ລັດຖະບານ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ພິຈາລະນາ ກັບ​ກະຊວງ​ການ​ເງິນ, ກະຊວງ​ແຜນການ - ການ​ລົງທຶນ ສະ​ເໜີ​ມາດ​ຕະການ​ປະຕິບັດ​ໂດຍ​ໄວ.”

ຂ່າວ/ບົດ​ອື່ນ