ຜັນຂະຫຍາຍໂຄງການ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ”

(VOVWORLD) - ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍ 8 ໂຄງການກ່ຽວກັບ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” ໄລຍະ 1 ແຕ່ວັນທີ 2021 – 2025
ຜັນຂະຫຍາຍໂຄງການ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” - ảnh 1ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ: phunuvietnam.vn)

ຕອນເຊົ້າວັນທີ 20 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍ 8 ໂຄງການກ່ຽວກັບ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາທີ່ີຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ” ໄລຍະ 1 ແຕ່ປີ 2021 – 2025. ໂຄງການໄດ້ສຸມໃສ່ 4 ເນື້ອໃນຄື: ໂຄສະນາ, ຂົນຂວາຍການປ່ຽນແປງ “ຄວາມນຶກ, ວິທີການປະຕິບັດ” ລົບລ້າງບັນຫາອະຄະຕິທາງເພດໃນຄອບຄົວ ແລະ ວົງຄະນະຍາດ, ບັນດາຮີດຄອງວັດທະນະທຳທີ່ບໍ່ດີ ແລະ ບາງບັນຫາສັງຄົມທີ່ຈຳເປັນຕໍ່ແມ່ຍິງ ແລະ ເດັກນ້ອຍ; ກໍ່ສ້າງ ແລະ ທະວີຄຸນບັນດາຮູບແບບຍົກສູງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ ຊາຍ; ຮັບປະກັນສຽງເວົ້າ ແລະ ການເຂົ້າຮ່ວມແທດຈິງຂອງແມ່ຍິງ ແລະ ເດັກນ້ອຍໃນການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ, ຕິດຕາມກວດກາ ແລະ ໄຈ້ແຍກສັງຄົມ, ຍົກສູງກຳລັງຄວາມສາມາດໃຫ້ພະນັກງານຍິງເຂດຊົນເຜົ່າສ່ວນໜ້ອຍ. ພ້ອມທັງ, ຍົກສູງກຳລັງຄວາມສາມາດປະຕິບັດການປະສານສົມທົບກັບບັນດາພະນັກງານໃນລະບົບການເມືອງ ແລະ ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ