ຜົນງານຂອງການເຄື່ອນໄຫວຕ້ານໂລກລະບາດໂຄວິດ - 19 ໄດ້ຢັ້ງຢືນນຳ້ໃຈ ຫວຽດນາມ, ຄຸນນະທາດ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງການແພດ ເພີ່ມທະວີການລົງທຶນພັດທະນາລະບົບການແພດສຳຮອງ, ການແພດຂັ້ນຮາກຖານ, ຍົກສູງກຳລັງຄວາມສາມາດເບິ່ງແຍງດູແລ , ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ແລະ ປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ
ຜົນງານຂອງການເຄື່ອນໄຫວຕ້ານໂລກລະບາດໂຄວິດ - 19 ໄດ້ຢັ້ງຢືນນຳ້ໃຈ ຫວຽດນາມ, ຄຸນນະທາດ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ

ຕອນເຊົ້າວັນທີ 29 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 (ຄະນະຊີ້ນຳ), ເປັນປະທານກອງປະຊຸມສະຫລຸບວຽກງານປ້ອງ ກັນ, ຕ້ານໂລກລະບາດໂຄວິດ -19. ກອງປະຊຸມຈັດຂຶ້ນແບບທາງໄກຢູ່ສຳນັກ ງານລັດຖະບານ ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນໄຊຊະນະໂລກລະບາດໂຄວິດ -19 ແມ່ນໄຊຊະນະຂອງ ປະຊາຊົນ. ທ່ານກ່າວວ່າ:

“ອີກຄັ້ງໜຶ່ງ, ຜົນງານຂອງບັ້ນຮົບຕ້ານໂລກລະບາດໂຄວິດ - 19 ໄດ້ຢັ້ງຢືນນຳ້ໃຈ ຫວຽດນາມ, ຄຸນນະທາດ ຫວຽດນາມ ບໍ່ຖອຍຫຼັງໃນທຸກໆຄວາມທຸກຍາກ ແລະ ສິ່ງທ້າທາຍໃດໆ, ຍິ່ງມີຄວາມກົດດັ່ນ ຍິ່ງມີຄວາມມະນາພະຍາຍາມກ່ວາ. ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ຂ້າພະເຈົ້າເຄົາລົບນັບຖື, ຕີລາຄາສູງຄະນະພັກທຸກຂັ້ນ, ອຳນາດການປົກຄອງບັນດາຂະແໜງການ, ບັນດາທ້ອງຖິ່ນ, ຄະນະຊີ້ນຳທຸກຂັ້ນໄດ້ຍົກສູງນຳ້ໃຈຄວາມຮັບຜິດຊອບ, ປະຕິບັດພາລະໜ້າທີ່ຂອງຕົນຕໍ່ພັກ, ຕໍ່ປະຊາຊົນ, ພິເສດແມ່ນກຳລັງແນວໜ້າ, ກຳລັງການແພດ, ກອງທັບ, ຕຳຫຼວດ, ຄະນະຊີ້ນຳທຸກຂັ້ນ ແລະ ບັນດາກຳລັງອື່ນໆ, ໄດ້ປະກອບສ່ວນ ສ້າງໄຊຊະນະໃນການເຄື່ອນໄຫວຕ້ານໂລກລະບາດໂຄວິດ -19”.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງການແພດ ເພີ່ມທະວີການລົງທຶນພັດທະນາລະບົບການແພດສຳຮອງ, ການແພດຂັ້ນຮາກຖານ, ຍົກສູງກຳລັງຄວາມສາມາດເບິ່ງແຍງດູແລ , ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ແລະ ປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ