ຜົນງານຈາກການຫັນເປັນອຸດສາຫະກຳ ແລະ ທັນສະໄໝໄດ້ຊ່ວຍ ຫວຽດນາມ ພັດທະນາ

ຜົນງານຈາກການຫັນເປັນອຸດສາຫະກຳ ແລະ ທັນສະໄໝໄດ້ຊ່ວຍ ຫວຽດນາມ ພັດທະນາ - ảnh 1


(vovworld) -​ ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມ ​ໄດ້​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ​ຕາມ​ທິດ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ການ​ເຊື່ອມ​ໂຍງ​​ພື້ນຖານ​ເສດຖະກິດ​ຫວຽດນາມ​ ເຂົ້າກັບ​ເສດຖະກິດ​ໂລກນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ​ຮອບດ້ານ ​ໄດ້​ສ້າງ​​ເງື່ອນ​ໄຂ​ອັນ​ໃຫຍ່​ຫຼວງ​, ​ແຕ່​ກໍ່​ເປັນການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍໃຫ້​ແກ່​ພວກ​ເຮົາ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້​​ເນັ້ນ​ໜັກ​ຄື​ດັ່ງກ່າວ ທີ່​ກອງ​ປະຊຸມ​ສຳ​ມະ​ນາ ”ບາງ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ວິວັດ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຢູ່​ຫວຽດນາມ”. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ຢືນຢັນວ່າ ​ບັນດາ​ຜົນງານ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໄດ້​ປະກອບສ່ວນ​ສຳຄັນ ​​ເຂົ້າ​ໃນ​ການປັບປຸງ​ຊີວິດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທີ່​ທຸກ​ຍາກ​ອຶດ​ຫີ​ວ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສັງຄົມ, ຍົກ​ສູງ​ທີ່​ຕັ້ງ​ຫວຽດນາມ​ໃນ​ເວທີ​ສາກົນ…ທ່ານ​ຮອງ​ນາຍົກລັດຖະ ມົນ​ຕີ ຫງວຽນ​ຊວນ​ຟຸກ ​ ​ເນັ້ນ​ໜັກ​ວ່າ:

        ”ອາດ​ເວົ້າ​ໄດ້​ວ່າ​ພວກ​ເຮົາ​ໄດ້​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ສຳ​ເລັດ​ຜົນ. ພິ​ເສດ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ ​ໄດ້​ສ້າງ​ເປັນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສູ​ມ ທີ່​ມີບົດບາດ​ເປັນ​ກຳລັງ​ໜູນ​ຊຸກຍູ້ໃຫ້​ແກ່​ການ​ເຕີບ​ໂຕ. ມີ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ປຸງ​ແຕ່ງ, ​ເຂດ​ອຸດສາຫະກຳ​ສູງ​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທົ່ວ​ປະ​ເທດ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ແຮງ​ຂອງ​ບັນດາ​ພາກສ່ວນເສດຖະກິດ, ປະກອບ ສ່ວນ​ຊຸກຍູ້​ວິວັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ

ຂ່າວ/ບົດ​ອື່ນ