ຜົນງານທາງດ້ານການຕ່າງປະເທດ: ທີ່ຕັ້ງໃໝ່, ບັນຍາກາດໃໝ່

(VOVWORLD) -ເນື່ອງໃນໂອກາດປີໃໝ່ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ມີບົດຂຽນທີ່ພາດຫົວຂໍ້ວ່າ “ ຜົນງານທາງດ້ານການຕ່າງປະເທດ: ທີ່ຕັ້ງໃໝ່, ບັນຍາກາດໃໝ່ ”
ຜົນງານທາງດ້ານການຕ່າງປະເທດ: ທີ່ຕັ້ງໃໝ່, ບັນຍາກາດໃໝ່ - ảnh 1       ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ

ບົດຂຽນໄດ້ຢືນຢັນວຽກງານການຕ່າງປະເທດໃນປີ 2017 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າທັງໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ ເພື່ອຮັບໃຊ້ບັນດາເປົ້າໝາຍຍຸດທະສາດໃຫຍ່ຊຶ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ. ຜົນມີຢູ່ວ່າ : ປີ 2017 ໄດ້ຮັບການຕີລາຄາວ່າ ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດໃນຂົງເຂດການຕ່າງປະເທດຂອງຫວຽດນາມຊຶ່ງພົ້ນເດັ່ນຂຶ້ນແມ່ນເລື່ອງຫວຽດນາມເປັນເຈົ້າພາບຈັດຕັ້ງປີ APEC 2017 ຊຶ່ງຍອດສູງແມ່ນສັບປະດາຂັ້ນສູງ APEC 2017 ຢູ່ດານັ້ງ.

    ບົດຂຽນຍັງໃຫ້ຮູ້ວ່າ : ໃນປີ 2017 ບັນດາການນຳຫວຽດນາມໄດ້ດຳເນີນການຢ້ຽມຢາມຢູ່ 19 ປະເທດ, ເຂົ້າຮ່ວມກອງປະຊຸມສາກົນຫຼາຍຝ່າຍ 8 ຄັ້ງ, ພ້ອມທັງໄດ້ຕ້ອນຮັບປະມຸກລັດ, ນາຍົກລັດຖະມົນຕີປະເທດຕ່າງໆລວມ 36 ເທື່ອຄົນມາເຄື່ອນໄຫວຢ້ຽມຢາມຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ