ຜົນງານແຫ່ງການພັດທະນາປະເທດຊາດມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ເໝາະສົມຂອງສະພາແຫ່ງຊາດ

(VOVWORLD) -ໃນ 6 ເດືອນຕົ້ນປີ, ບັນດາອົງການ, ຫົວໜ່ວຍຂຶ້ນກັບສະພາແຫ່ງຊາດໄດ້ມານະພະຍາຍາມຢ່າງໃຫຍ່ຫຼວງ, ສືບທອດຜົນງານ, ໝາກຜົນຂອງອາຍຸການຊຸດຕ່າງໆ
ຜົນງານແຫ່ງການພັດທະນາປະເທດຊາດມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ເໝາະສົມຂອງສະພາແຫ່ງຊາດ - ảnh 1(ທ່ານປະທານສະພາແຫ່ງຊາດ ວືອງດິ່ງເຫ້ວ ເປັນປະທານກອງປະຊຸມ)

ວັນທີ 07 ກໍລະກົດ, ໂດຍເປັນປະທານກອງປະຊຸມແລກປ່ຽນວຽກງານລະຫວ່າງການນຳສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການ, ຫົວໜ່ວຍຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ເພື່ອແນໃສ່ປະກອບຄຳເຫັນໃສ່ຜົນງານການປະຕິບັດໜ້າທີ່ໃນໄລຍະ 6 ເດືອນຕົ້ນປີ ແລະ ໜ້າທີ່ຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2022. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖືວ່າ, ໃນ 6 ເດືອນຕົ້ນປີ, ບັນດາອົງການ, ຫົວໜ່ວຍຂຶ້ນກັບສະພາແຫ່ງຊາດໄດ້ມານະພະຍາຍາມຢ່າງໃຫຍ່ຫຼວງ, ສືບທອດຜົນງານ, ໝາກຜົນຂອງອາຍຸການຊຸດຕ່າງໆ, ສະພາແຫ່ງຊາດຊຸດທີ XV ສືບຕໍ່ປ່ຽນແປງໃໝ່, ມານະພະຍາຍາມຍົກສູງຄຸນນະພາບການເຄື່ອນໄຫວ.

        “ຄະນະພັກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການໄດ້ຊາບຊຶມການຊີ້ນຳຂອງກົມການເມືອງ, ຄະນະເລຂາຢ່າງເຂັ້ມງວດ, ຫັນບັນດາມະຕິຂອງສູນກາງ, ເອກະສານແນະນຳຂອງອົງການສູນກາງເປັນລະບອບລະບຽບການ ແລະ ທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ພັດທະນາປະເທດຊາດ, ໃນຂົງເຂດເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ພິເສດແມ່ນໜ້າທີ່ຄວບຄູ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ