ຜົນສໍາເລັດຂອງການວາງແຜນຄອບຄົວ ແມ່ນປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) -ວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ, ກອງທຶນປະຊາກອນ ສະຫະປະຊາຊາດ (UNFPA) ປະຈໍາຫວຽດນາມ ໄດ້ຈັດພິທີຊຸມນຸມມິດຕິງ ສະເຫຼີມສະຫຼອງ ວັນປະຊາກອນໂລກ (11/7) ພາຍໃຕ້ຫົວຂໍ້ວ່າ “ຜົນສໍາເລັດຂອງການວາງແຜນຄອບຄົວ ແມ່ນປະຖົມປັດໄຈ ເພື່ອການພັດທະນາແບບຍືນຍົງ”. 

ຜົນສໍາເລັດຂອງການວາງແຜນຄອບຄົວ ແມ່ນປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1  ສາຍຮູບເງົາກ່ຽວກັບວັນປະຊາກອນໂລກ

(ພາບ:PK) 

ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມເລຕ໋ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ: ໂຄງການປະຊາກອນ - ວາງແຜນຄອບຄົວຢູ່ຫວຽດນາມ ບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນສໍາຄັນເຂົ້າໃນວິວັດການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງເງື່ອນໄຂສະດວກ ເພື່ອພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ. ຜ່ານນັ້ນ, ຍົກສູງຄຸນນະພາບຊີວິດການເປັນຂອງປະຊາຊົນ; ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ. ຄາດຄະເນວ່າ, ໂຄງການວາງແຜນຄອບຄົວ ໄດ້ປະຢັດຄ່າໃຊ້ຈ່າຍໃຫ້ແກ່ບັນດາບໍລິການສັງຄົມ ແລະ ເພີ່ມ GDP ສະເລ່ຍຕໍ່ຫົວຄົນ ປະມານ 2%/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ