ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແມ່ນສິ່ງພິສຸດໃຫ້ເຫັນຄວາມສາມັກຄີອາຊຽນ

(VOVWORLD) -ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຜ່ານໄລຍະ 50 ປີແຫ່ງວັນສ້າງຕັ້ງອາຊຽນ ນີ້ແມ່ນຄັ້ງທຳອິດທີ່ອາຊຽນ ໄດ້ຈັດກອງປະຊຸມທາງອອນລາຍ, ແຕ່ບັນດາການນຳອາຊຽນ ລ້ວນແຕ່ເປັນເອກະພາບຢ່າງສູງໃນບັນດາບັນຫາສຳຄັນຂອງອາຊຽນ.
ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແມ່ນສິ່ງພິສຸດໃຫ້ເຫັນຄວາມສາມັກຄີອາຊຽນ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ)

ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ບັນລຸຜົນສຳເລັດ ແລະ ບົນຈິດໃຈສ້າງສາ, ສະໜິດຕິດພັນຂອງສະມາຊິກອາຊຽນ ເຊິ່ງໄດ້ສະແດງອອກຢ່າງຈະແຈ້ງທີ່ກອງປະຊຸມຄັ້ງນີ້. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານອາຊຽນ 2020, ທີ່ກອງປະຊຸມຂ່າວສານກົນເຊິ່ງດຳເນີນໃນຕອນບ່າຍວັນທີ 26 ມິຖຸນາ ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຜ່ານໄລຍະ 50 ປີແຫ່ງວັນສ້າງຕັ້ງອາຊຽນ ນີ້ແມ່ນຄັ້ງທຳອິດທີ່ອາຊຽນ ໄດ້ຈັດກອງປະຊຸມທາງອອນລາຍ, ແຕ່ບັນດາການນຳອາຊຽນ ລ້ວນແຕ່ເປັນເອກະພາບຢ່າງສູງໃນບັນດາບັນຫາສຳຄັນຂອງອາຊຽນ. ນີ້ແມ່ນສິ່ງພິສຸດໃຫ້ເຫັນຄວາມສາມັກຄີພາຍໃນອາຊຽນ. ບົນຈິດໃນນັ້ນ, ກອງປະຊຸມໄດ້ເຫັນດີເຫັນເອກະພາບສຳລັບ 5 ເນື້ອໃນຄື: ສຸມໃສ່ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຍູ້ແຮງການຮ່ວມມືພາຍໃນກຸ່ມ; ສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງໃນປີ 2025, ວິໄສທັດຮອດປີ 2030; ເປີດກວ້າງ ແລະ ເຮັດໃຫ້ການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືເລິ່ກເຊິ່ງຂຶ້ນຕື່ມ ບົນພື້ນຖານຄວາມເຄົາລົບເຊິ່ງກັນແລະກັນ; ອາຊຽນ ຢືນຢັນຮັກສາສະພາບແວດລ້ອງແຫ່ງສັນຕິພາບ, ຮ່ວມມືເພື່ອພັດທະນາ; ອາຊຽນ ຍົກສູງເລື່ອງເຄົາລົບກົດໝາຍໃຫ້ແກ່ບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນໃນພາກພື້ນ.

        ທີ່ກອງປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນເວົ້າລວມ ແລະ ຢູ່ທະເລຕາເວັນອອກເວົ້າສະເພາະ ແມ່ນຜົນປະໂຫຍດລວມຂອງປະຊາຄົມບັນດາປະເທດອາຊຽນ.

“ກອງປະຊຸມຄັ້ງນີ້ໄດ້ຢືນຢັນຄືນໃໝ່ຄວາມຕັດສິນໃຈຂອງອາຊຽນ ປະກອບສ່ວນສ້າງເຂດທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງການຮ່ວມມື, ພັດທະນາ, ມີສະຖຽນລະພາບ ແລະ ປອດໄພ. ໂລກລະບາດໂຄວິດ- 19 ໄດ້ເຮັດໃຫ້ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢູ່ທະເລຕາເວັນອອກຖືກຂາດວັກຂາດຕອນ. ໃນສະພາບການນີ້, ຫວຽດນາມ ໄດ້ພ້ອມກັບອາຊຽນ ຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງຈຳກັດການເຄື່ອນໄຫວທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ. ພວກຂ້າພະເຈົ້າໄດ້ປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ເຈລະຈາ COC ຢ່າງມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນໃນໄລຍະຈະມາເຖິງ ເພື່ອໃຫ້ທະເລຕາເວັນອອກ ຍາມໃດກໍ່ແມ່ນເຂດທະເລແຫ່ງສັນຕິພາບ ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ