ຜູ້ນຳຫວຽດນາມ ຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ

ຜູ້ນຳຫວຽດນາມ ຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ - ảnh 1
ການພົບປະຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
(ພາບ: VGP/Lê Sơn)

 (vovworld) - ຕອນ​ບ່າຍ​ວັນ​ທີ 18/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ​້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ພັກ, ລັດ ຫວຽດນາມ ຕີ​ລາຄາ​ສູງ​ບົດບາດ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ມິດຕະພາບ​ຫວຽ​ດນາມ - ລາວ, ລາວ - ຫວຽດນາມ ​ແລະ ຈະ​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ​ລາຍການ​ເຄື່ອນ​ໄຫວ​ຂອງ 2 ສະມາຄົມ​ມິດຕະພາບ ​ໃນ​ການຈັດ​ຕັ້ງ​ປະຕິບັດບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ລະຫວ່າງ ປະຊາຊົນ 2 ປະ​ເທດ​ບັນລຸ​ປະສິດທິ​ຜົນ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ກ່ວາ​ອີກ, ​ເພື່ອ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ