ຜົນເສຍ​ຫາຍ​ທີ່​ຮ້າຍ​ແຮງ​​ຈາກເຫດ​ເຂື່ອນ​ໄຟ​ຟ້າ Kakhovskaya ​ແຕກ

(VOVWORLD) - ເຂື່ອນໄຟຟ້າ Kakhovskaya ແມ່ນເຂື່ອນໄຟຟ້າສຸດທ້າຍຢູ່ແມ່ນ້ຳ Dnepr ຕິດພັນກັບເຂດດິນກະສິກຳ, ມີປະຊາຊົນດຳລົງຊີວິດເປັນຈຳນວນຫຼາຍ.
ຜົນເສຍ​ຫາຍ​ທີ່​ຮ້າຍ​ແຮງ​​ຈາກເຫດ​ເຂື່ອນ​ໄຟ​ຟ້າ Kakhovskaya ​ແຕກ - ảnh 1ຜົນເສຍຫາຍທີ່ຮ້າຍແຮງຈາກເຫດເຂື່ອນໄຟຟ້າ Kakhovskaya ແຕກ (ພາບ: Reuters)

ກ່າວຄຳເຫັນທີ່ການເຈລະຈາທາງໂທລະສັບໃນວັນທີ 7 ມິຖຸນາ ກັບທ່ານປະທານາທິບໍດີ ຕວັກກີ Tayip Erdogan, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ອຳນາດການປົກຄອງ Kiev ຍັງພວມມີຄວາມສ່ຽງເກີດໄພອັນຕະລາຍຈາກການປະທະກັນ ແລະ ກ່າວເຕືອນຄວາມສ່ຽງເກີດໄພພິບັດດ້ານມະນຸດສະມຳ ແລະ ສິ່ງແວດລ້ອມດ້ວຍຂະໜາດໃຫຍ່ ຍ້ອນເຫດເຂື່ອນໄຟຟ້າ Kakhovskaya ແຕກ ທີ່ເກີດຂຶ້ນໃນວັນທີ 6 ມິຖຸນາ ຢູ່ເຂດ Kherson. ສ່ວນທ່ານປະທານາທິບໍດີ Tayip Erdogan ກໍ່ໄດ້ສະເໜີການສ້າງຕັ້ງຄະນະກຳມະການດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານລັດເຊຍ ແລະ ຢູແກຼນ, ຜູ້ຕາງໜ້າຂອງ ສປຊ ແລະ ປະຊາຄົມສາກົນເພື່ອສືບສວນເຫດການ.

ຕາມທ່ານປ.ອ ວິທະຍາສາດພູມີສາດ Arkady Tishkov,  ຮອງຜູ້ອຳນວຍການສະຖາບັນພູມີສາດ - ສະຖາບັນ ບັນດິດວິທະຍາສາດ ລັດເຊຍແລ້ວ, ເຂື່ອນໄຟຟ້າ Kakhovskaya ແມ່ນເຂື່ອນໄຟຟ້າສຸດທ້າຍຢູ່ແມ່ນ້ຳ Dnepr ຕິດພັນກັບເຂດດິນກະສິກຳ, ມີປະຊາຊົນດຳລົງຊີວິດເປັນຈຳນວນຫຼາຍ. ເມື່ອເຂື່ອນໄຟຟ້າ Kakhovskaya ແຕກ, ຜົນຕາມມາຈະຮ້າຍແຮງທີ່ສຸດ: ມີຜູ້ເສຍຊີວິດ, ມົນລະພິດແຫຼ່ງນ້ຳ ແລະ ທຳລາຍພື້ນຖານໂຄງລ່າງຂອງເຂດປະຊາຊົນ ແລະ ດິນປູກຝັງ. ພິເສດ, ການຫຼຸດ ລະດັບນ້ຳໃນອ່າງເກັບນ້ຳຢ່າງແຮງຈະກໍ່ຜົນສະທ້ອນຕໍ່ການສະໜອງນ້ຳ ແລະ ຫົດນ້ຳໃຫ້ແກ່ ເຂດດິນຕ່າງໆ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ