ຜູ້ບັນຊາການກອງທັບ ຊູດານ ປະກາດສະໜັບສະໜູນລັດຖະບານພົນລະເຮືອນ

(VOVWORLD) - ນາຍພົນ Burhan ໃຫ້ຄຳໝັ້ນສັນຍາກອງທັບຈະ “ປົກປ້ອງຄວາມໝັ້ນຄົງ ແລະ ເອກະພາບປະເທດຊາດ”...
ຜູ້ບັນຊາການກອງທັບ ຊູດານ ປະກາດສະໜັບສະໜູນລັດຖະບານພົນລະເຮືອນ - ảnh 1ຄວັນປົກຄຸມເຂດນ່ານຟ້ານະຄອນຫຼວງ Khartoum ໃນວັນທີ 19 ເມສາ
(ພາບ:AFP/TTXVN)

ວັນທີ 21 ເມສາ, ຜູ້ບັນຊາການກອງທັບ ຊູດານ ນາຍພົນ Abdel Fattah Burhan ໄດ້ປະກາດວ່າຈະສະໜັບສະໜູນລັດຖະບານພົນລະເຮືອນ. ການກະທຳນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມຊອກຫາການໜູນຊ່ວຍຂອງປະຊາຄົມສາກົນ ໃນສະພາບການເກີດການປະທະກັນກັບບັນດາກຳລັງໜູນຊ່ວຍສຸກເສີນ (RSF). ນາຍພົນ Burhan ໃຫ້ຄຳໝັ້ນສັນຍາກອງທັບຈະ “ປົກປ້ອງຄວາມໝັ້ນຄົງ ແລະ ເອກະພາບປະເທດຊາດ” ກໍ່ຄືຮັບປະກັນວິວັດການ “ຫັນປ່ຽນລະບົບພົນລະເຮືອນທີ່ປອດໄພ” ຢູ່ ຊູດານ.

       ກ່ອນໜ້ານັ້ນ, ທັງກອງທັບ ແລະ ກຳລັງ RSF ລ້ວນແຕ່ຮັບຮູ້ການຢຸດຍິງເປັນເວລາ 3 ວັນ, ນັບແຕ່ວັນທີ 21 ເມສາ, ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ຊູດານ ຈັດງານບຸນ Eid al-Fitr. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີສຽງປືນເກີດຂຶ້ນຢູ່ຫຼາຍບ່ອນໃນນະຄອນຫຼວງ Khartoum. ຕົວເລກຂອງອົງການ ອະນາໄມໂລກ (WHO) ໄດ້ສະແດງໃຫ້ເຫັນວ່າ ສະພາບການໃຊ້ຄວາມຮຸນແຮງຢູ່ ຊູດານ ໄດ້ເຮັດໃຫ້ກ່ວາ 400 ຄົນເສຍຊີວິດ ແລະ ກ່ວາ 3.500 ຄົນຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ