ຜູ້ບັນຊາການດ້ານການທະຫານຂອງຄະນະປະຕິບັດງານ ຊູດັງໃຕ້ ມີຄວາມປະທັບໃຈຕໍ່ກອງທັບປະຊາຊົນ ຫວຽດນາມ

(VOVWORLD) - ທ່ານພົນຕີ Mohan Subramanian, ບັນຊາການດ້ານການທະຫານຂອງ UNMISS, ຊູດັງໃຕ້ ໄດ້ສະແດງຄວາມປະທັບໃຈຕໍ່ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງກອງທັບປະຊາຊົນ ຫວຽດນາມ.
ຜູ້ບັນຊາການດ້ານການທະຫານຂອງຄະນະປະຕິບັດງານ ຊູດັງໃຕ້ ມີຄວາມປະທັບໃຈຕໍ່ກອງທັບປະຊາຊົນ ຫວຽດນາມ - ảnh 1 ທ່ານພົນຕີ Mohan Subramanian ມອບໃບຍ້ອງຍໍໃຫ້ ທ່ານນາງຮ້ອຍໂທ ຫງວຽນທິແທັງຮັ່ງ
(ພາບ: ໂຮງໝໍກາງສະໜາມຊັ້ນ 2 ເລກ 5)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024), ໂຮງໝໍກາງສະໜາມຊັ້ນ 2 ເລກ 5 ເຂົ້າຮ່ວມຄະນະປະຕິບັດງານ ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ (UNMISS) ໄດ້ຈັດບັນດາການເຄື່ອນໄຫວແນະນຳ ກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ກ່ຽວກັບມູນເຊື້ອຂອງ ກອງທັບປະຊາຊົນ ຫວຽດນາມ ຕໍ່ເພື່ອນມິດສາກົນ. ບັນດາການເຄື່ອນໄຫວໄດ້ສົ່ງສານເຖິງເພື່ອນມິດສາກົນ ກ່ຽວກັບຊາດ ຫວຽດນາມ ທີ່ສະໜິດສະໜົມ, ຮັກຫອມສັນຕິພາບ ແລະ ຢາກເປັນເພື່ອນກັບທຸກໆປະເທດໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານພົນຕີ Mohan Subramanian, ບັນຊາການດ້ານການທະຫານຂອງ UNMISS, ຊູດັງໃຕ້ ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນກັບໂຮງໝໍກາງສະໜາມຊັ້ນ 2 ເລກ 5 ຂອງ ຫວຽດນາມ, ເນື່ອງໃນໂອກາດໄປປະຕິບັດເຖິງເຂດ Bentiu. ພາຍຫຼັງໄດ້ຮັບຟັງການແນະນຳມູນເຊື້ອຂອງ ກອງທັບປະຊາຊົນ ຫວຽດນາມ, ທ່ານໄດ້ສະແດງຄວາມປະທັບໃຈຕໍ່ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ຂອງກອງທັບປະຊາຊົນ ຫວຽດນາມ. ທ່ານຕີລາຄາສູງໝາກຜົນການເຄື່ອນໄຫວຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 5 ແລະ ກໍ່ຮັບຮູ້ການປະກອບສ່ວນຂອງຫົວໜ່ວຍເວົ້າລວມ ແລະ ຂອງກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະເຂົ້າໃນການຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNMISS.

ຕອບກັບ

ຂ່າວ/ບົດ​ອື່ນ