ຜູ້ບັນຊາການທະຫານບົກໄທຖະແຫຼງລັດຖະປະຫານ

ຜູ້ບັນຊາການທະຫານບົກໄທຖະແຫຼງລັດຖະປະຫານ - ảnh 1
ຜູ້ບັນຊາການທະຫານບົກໄທ ໃນໂທລະພາບແຫ່ງຊາດ
(ພາບ: Reuters)

(vovworld) –  ​ໃນ​ສານ​ປະກາດ​​​ໃນ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 22/5, ຜູ້​ບັນຊາ​ການ​ທະຫານ​ບົກ ​ໄທ, ນາຍ​ພົນ ປຣາຢຸດ ຈັນ​ໂອຊາ ຖະ​ແຫຼ​ງວ່າ: ບັນດາ​ກຳລັງ​ປະກອບ​ອາວຸດ​ພວມ​ກຳ​ອຳນາ​ດພາຍຫຼັງ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ແກ່ຍາວ​ເປັນ​ເວລາ​ຫຼາຍ​ເດືອນ​ຜ່ານ​ມາ ​ໄດ້​ກໍ່ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ນີ້. ນາຍ​ພົນ ຈັນ​ໂອ​ຈາ ​ເນັ້ນ​ໜັກ​ວ່າ: “​ເພື່ອ​ໃຫ້​ປະ​ເທດ​ຊາດ​ກັບ​ຄື​ນສູ່​ສະພາບ​ປົກກະຕິ​ໂດຍ​ໄວ, ຄະນະ​ກຳມະການ​ຮັກສາ​ສັນຕິພາບ ​ເຊິ່ງລວມມີ: ທະຫານ, ບັນດາ​ກຳລັງ​ປະກອບ​ອາວຸດ ​ໄທ, ກຳລັງ​ທະຫານ​ອາກາດ​ລາຊະ​ອານາຈັກ ​ແລະ ກຳລັງ​ຕຳຫຼວດ ຄວນ​ກຳ​ອຳ​ນາດ​ເລີ່​ມ​ແຕ່​ເວລາ 16 ​ໂມງ 30 ນາທີ (​ເວລາ​ທ້ອງ​ຖີ່​ນ) ວັນ​ທີ 22/5”. ສຳນັກ​ຂ່າວສານ ຝຮັ່ງ AFP ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ບັນດາ​ຕົວ​ພະຍານ​ໃຫ້​ຮູ້​ວ່າ: ກຳລັງ​ທະຫານ​ໄດ້​ຜັນ​ຂະຫຍາຍ​ພົນທະຫານ ​ແລະ ລົດ​ຂົນ​ສົ່ງ​ຜູ້ແຫ່​ຂະ​ບວນປະ​ທ້ວງ​ອອກ​ຈາກ​ສະຖານ​ທີ່​​ເຕົ້າ​ໂຮມ.

ຂ່າວ/ບົດ​ອື່ນ