ຜູ້ບໍລິໂພກອຸປະໂພກ ຫວຽດນາມ ມີຄວາມປະເອີບໃຈກ່ວາບັນດາຜູ້ບໍລິໂພກອຸປະໂພກໃນພາກພື້ນ

(VOVWORLD) - 3 ໃນຈຳນວນ 4 ຄົນທີ່ໄດ້ຕອບການສຳຫຼວດ ຢູ່ ຫວຽດນາມ ໃຫ້ຮູ້ວ່າ: ເຂົາເຈົ້າມີຄວາມຫວັງວ່າສະພາບການການເງິນຈະດີຂຶ້ນໃນເດືອນ ມິຖຸນາ 2024.
ຜູ້ບໍລິໂພກອຸປະໂພກ ຫວຽດນາມ ມີຄວາມປະເອີບໃຈກ່ວາບັນດາຜູ້ບໍລິໂພກອຸປະໂພກໃນພາກພື້ນ - ảnh 1ທ່ານ Paul Kim, ຜູ້ອຳນວຍການຂົງເຂດ ການບໍລິການການເງິນສ່ວນບຸກຄົນ, ທະນາຄານ UOB ຫວຽດນາມ
(ພາບ:VOV)

ການຄົ້ນຄ້ວາຂອງທະນາຄານ UOB (ສຳນັກງານຕັ້ງຢູ່ ສິງກະໂປ) ໄດ້ປະກາດໃນ ວັນທີ 1 ພະຈິກ, ກ່ຽວກັບຈິດຕະສາດຂອງຜູ້ບໍລິໂພກອຸປະໂພກ ອາຊຽນ, ໂດຍສະແດງໃຫ້ຮູ້ວ່າ: ປີນີ້, ຜູ້ບໍລິໂພກອຸປະໂພກ ຢູ່ ຫວຽດນາມ ມີຄວາມປະເອີບໃຈກ່ວາບັນດາຜູ້ບໍລິໂພກອຸປະໂພກຂອງບັນດາອື່ນໃນປະເທດ ອາຊຽນ. 3 ໃນຈຳນວນ 4 ຄົນທີ່ໄດ້ຕອບການສຳຫຼວດ ຢູ່ ຫວຽດນາມ ໃຫ້ຮູ້ວ່າ: ເຂົາເຈົ້າມີຄວາມຫວັງວ່າສະພາບການການເງິນຈະດີຂຶ້ນໃນເດືອນ ມິຖຸນາ 2024. ນອກຈາກນັ້ນ, ຕາມການສຳຫຼວດແລ້ວ, ຄວາມນິຍົມນຳໃຊ້ການຊຳລະດີຈີຕອນ ແລະ ທະນາຄານດີຈີຕອນຂອງ ຊາວ ຫວຽດນາມ ສືບຕໍ່ເພີ່ມທະວີຢ່າງແຮງ. ຜູ້ບໍລິໂພກອຸປະໂພກ ຫວຽດນາມ ມັກການຊຳລະໃນໂທລະສັບ ແລະ ບັນດາການຊຳລະດີຈີຕອນ. ທ່ານ Paul Kim, ຜູ້ອຳນວຍການຂົງເຂດ ການບໍລິການການເງິນສ່ວນບຸກຄົນ, ທະນາຄານ UOB ຫວຽດນາມ, ໄດ້ໃຫ້ຂໍ້ສັງເກດວ່າ ການເຕີບໂຕເສດຖະກິດຢ່າງແຮງຢູ່ ຫວຽດນາມ ໄດ້ຊ່ວຍໃຫ້ບັນດາ ຜູ້ບໍລິໂພກອຸປະໂພກ ຫວຽດນາມ ຮູ້ສຶກມີຄວາມປະເອີບໃຈກ່ຽວກັບສະພາບການເງິນຂອງເຂົາເຈົ້າ ເມື່ອທຽບໃສ່ບັນດາຜູ້ບໍລິໂພກອຸປະໂພກໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ