ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ອວຍພອນ ປະທານສະພາສັງຄະລາດຫວຽດນາມ ເນື່ອງໃນໂອກາດວັນບຸນຄຣິດສມາດ

ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ອວຍພອນ ປະທານສະພາສັງຄະລາດຫວຽດນາມ ເນື່ອງໃນໂອກາດວັນບຸນຄຣິດສມາດ - ảnh 1
ຜູ້​ປະຈຳການ​ຄະນະ​ເລຂາ ​ເລ​ຮົ່ງ​ແອ​ງ ອວຍພອນ​
ປະທານ​ສະພາ​ສັງຄະ​ລາດ​ຫວຽດນາມ ​ເນື່ອງ​ໃນ​​​ໂອກາດ​ວັນ​ບຸນ​ຄຣິດສມາດ
(ພາບ: chinhphu.vn)

(vovworld) – ວັນ​ທີ 15/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ສັງຄະ​ນາຍົກ ບຸຍວັນ​ດອກ, ປະທານ​ສະພາ​ສັງຄະ​ລາດ​ຫວຽດນາມ, ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິມິນ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນຄຣິດສມາດ ປີ 2014. ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ດີງາມ​ຂອງ​ສະມາຄົມຄິດ​ທາ​ສາສະ​ນະ​ໜາ​ຫວຽດນາມ ​ແລະ ສະພາ​ສັງຄະ​ລາດ​ຫວຽດນາມ ຍ້ອນຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ຊົນ​ຊາດ, ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດພັກ, ລັດ ກໍ່​ເຄົາລົບ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງປະຊາຊົນ, ​ນີ້​ແມ່ນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ສິດ ​ແລ​ະ ຜົນ​ປະ​ໂຫຍ​ດຂອງ​ສາສະໜາ​ຕ່າງໆ ເພື່ອ​ໃຫ້​ປະຊາຊົນທີ່​ເຊື່ອ​ຖື​ສາສະໜາ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈດຳລົງ​ຊີວິດ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ