ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ເຮັດວຽກຢູ່ ກາເມົາ

ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ເຮັດວຽກຢູ່ ກາເມົາ - ảnh 1
ຜູ້​ປະຈຳການ​ຄະນະ​ເລຂາ ​ເລ​ຮົ່ງ​ແອ​ງ ​ເຮັດ​ວຽກ​ຢູ່​ກາ​ເມົາ
(ພາບ: vtv.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 05/03, ຜູ້​ປະຈຳການ​ຄະນະ​ເລຂາ ​ເລ​ຮົ່ງ​ແອ​ງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ສູນ​ກາງ ລົງ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ກາ​ເມົາ ກ່ຽວ​ກັບ​ສະພາບ​ປະຕິບັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກປີ 2014 ​ແລະ ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ອາຍຸ​ການ 2015 – 2020. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຮົ່ງ​ແອ​ງ ​ຕັກ​ເຕື່ອນວ່າ: ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ກາ​ເມົາ ຄວນສືບ​ຕໍ່​ເສີມ​ຂະຫຍາຍ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອ​ງຕາມ​ກົນ​ໄກຊີ້​ນຳນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ. ບັນດາ​ອົງການ​ການ​ເມືອງ ສັງຄົມ ຍູ້​ແຮງວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ, ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ຊີວິດ​ວັດທະນະທຳ​ຂັ້ນ​ຮາກ​ຖານ, ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ເລ​ຮົ່ງ​ແອ​ງ ຖື​ວ່າ: ​ໃນ​ປີ 2015, ​ແຂວງ​ຕ້ອງ​ສ້າງ​ບາດກ້າວ​ບຸກທະລຸ​ຢ່າງ​​ແຮງ​ໃນ​ການ​ຊີ້​ນຳ, ບໍລິຫານ​ການ​ພັດທະນາ​ເສດຖະກິດ​ສັງຄົມ ບົນ​ຈິດ​ໃຈ​ປະຕິບັດ​ການ​ປະ​ຢັດ, ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີ​ວິດ​ສັງຄົມ, ຮັບປະກັນ​​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ…

ຂ່າວ/ບົດ​ອື່ນ