ຜູ້ປະຈຳການຄະນະເລຂາສູນກາງພັກ ເຈີ່ນກວັກເວື້ອງ ລົງເຮັດວຽກຢູ່ທ້າຍງວຽນ

(VOVWORLD) -ຕອນບ່າຍວັນທີ 02 ສິງຫາ, ທ່ານ ເຈີ່ນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງເຮັດວຽກກັບຄະນະປະຈຳຄະນະພັກແຂວງທ້າຍງວຽນ ກ່ຽວກັບໝາກຜົນເຄິ່ງອາຍຸການແຫ່ງຊາດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 19, ອາຍຸການ 2015 – 2020.

ຜູ້ປະຈຳການຄະນະເລຂາສູນກາງພັກ ເຈີ່ນກວັກເວື້ອງ ລົງເຮັດວຽກຢູ່ທ້າຍງວຽນ - ảnh 1ທ່ານຜູ້ປະຈຳການຄະນະເລຂາສູນກາງພັກ ເຈີ່ນກວັກເວື້ອງ ລົງເຮັດວຽກຢູ່ທ້າຍງວຽນ

(ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເຈີ່ນກວັກເວື້ອງ ໄດ້ຕີລາຄາສູງນ້ຳໃຈສາມັກຄີ, ຄວາມເຫັນດີເຫັນພ້ອມໃນຄະນະບໍລິຫານງານອົງຄະນະພັກແຂວງ, ຄະນະປະຈຳຄະນະພັກແຂວງ, ຜ່ານນັ້ນສ້າງກຳລັງແຮງສັງລວມ, ສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ… ນີ້ແມ່ນກຳລັງໜູນເພື່ອໃຫ້ແຂວງທາຍງວຽນ ພັດທະນາເສດຖະກິດໄປພ້ອມກັບການແກ້ໄຂບັນດາບັນຫາສັງຄົມ, ສາທາລະນະສຸກ, ການສຶກສາ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ; ການກໍ່ສ້າງພັກ, ປັບປຸງລະບົບການເມືອງໄດ້ຮັບຄວາມເອົາໃຈໃສ່.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ເຈີ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ຄະນະປະຕິບັດງານ ໄດ້ມີການເຮັດວຽກຢູ່ຕາແສງ ເຕີນເຮືອງ, ເທດສະບານເມືອງ ໂຟອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ