ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ເຮັດວຽກກັບຄະນະພັກແຂວງ ກວາງງ້າຍ

(VOVWORLD) -ຕອນເຊົ້າວັນທີ 2 ກໍລະກົດ, ຄະນະປະຕິບັດງານຄະນະເລຂາສູນກາງພັກ ໂດຍທ່ານ ເຈິ່ນກັວກເວື້ອງ, ຜູ້ປະຈຳການຄະນະເລຂາ ສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ໄດ້ລົງໄປເຮັດວຽກກັບຄະນະພັກແຂວງ ກວາງງ້າຍ ກ່ຽວກັບໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XIX ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ.

ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ເຮັດວຽກກັບຄະນະພັກແຂວງ ກວາງງ້າຍ - ảnh 1 ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: Tuan Anh/TTXVN)

ກ່າວຄຳເຫັນກັບການນຳແຂວງ ກວາງງ້າຍ, ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ໄດ້ໃສ່ໃຈວ່າ ແຂວງກວາງງ້າຍ ຈົ່ງສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໃຫ້ເປັນຢ່າງດີ; ກຳແໜ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກຕາມລະບຽບຂໍ້ກຳນົດ. ພ້ອມກັນນັ້ນ, ທາງແຂວງຕ້ອງປະຕິບັດຄຳຊີ້ນຳຂອງພັກໃນການພັດທະນາເສດຖະກິດ-ສັງຄົມຢ່າງເຂັ້ມງວດ, ໃນນັ້ນ ຕ້ອງຊົມໃຊ້, ເສີມຂະຫຍາຍທ່າແຮງຂອງແຂວງ, ພິເສດແມ່ນຊົມໃຊ້ທ່າໄດ້ປຽບຂອງໂຮງງານກັ່ນນ້ຳມັນ ຢຸງກັວດ ເພື່ອພັດທະນາແຫຼ່ງກຳລັງພາຍໃນຂອງຕົນ. ທາງແຂວງກໍຕ້ອງຢືດໝັ້ນປະຕິບັດພື້ນຖານກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ, ກະສິກຳປອດສານພິດ ແລະ ອື່ນໆ.

        ກ່ອນໜ້ານັ້ນ,ຄະນະປະຕິບັດງານ ກໍໄດ້ລົງໄປຢ້ຽມຢາມ ແລະເຮັດວຽກກັບຕາແສງ ຕິ້ງເຄ, ນະຄອນ ກວາງງ້າຍ.


ຕອບກັບ

ຂ່າວ/ບົດ​ອື່ນ