ຜູ້ປະຈຳການຄະນະເລຂາສູຸນກາງພັກ ເລຮົ່ງແອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ

ຜູ້ປະຈຳການຄະນະເລຂາສູຸນກາງພັກ ເລຮົ່ງແອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ - ảnh 1
ຜູ​້ປະຈຳການ​ຄະນະ​ເລຂາສູຸນກາງ​ພັກ ​ເລ​ຮົ່ງ​ແອ​ງ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ
(ພາບ: baomoi.com)

(vovworld) – ວັນ​ທີ 16/10, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ. ພາຍຫຼັງ​ໄປ​ຮອດ​ປາຣີ, ທ່ານ​ເລ​ຮົ່ງ​ແອ​ງ ​ແລະ ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນຄະນະ​ການ​ນຳ​ພັກ​ກອມ​ມູນິດ​ຝລັ່ງ (PCF) ​ໂດຍທ່ານ​ເລຂາພັກ​ກອມ​ມູນິດ​ທົ່ວ​ປະ​ເທດຝລັ່ງ Pierre Laurent ນຳ​ໜ້າ.

        ຢູ່​ທີ່​ນີ້,  ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້​ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເປີດ​ກວ້າງ; ຫັນ​ການ​ພົວພັນເປັນ​ຫຼາຍຝ່າຍ, ຫຼາຍ​​ຮູບ​ຫຼາຍ​ແບບ,  ​ສູ້​ຊົນເພື່ອ​ສັນຕິພາບ, ​ເອກະລາດ ​ແລະ ພັດທະນາ; ​ແຜນ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ພົວພັນ​ຕ່າງປະ​ເທດ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​​ເພື່ອນມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນສະມາຊິກ​​ທີ່ມີຄວາມຮັບຜິດ​ຊອບ​ຂອງ​ປະຊາ​ຄົມ​ໂລກ. ທ່ານ​ເລ​ຮົ່ງ​ແອ​ງ ກໍ່​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນພາກ​ພື້ນ, ​ໂດ​ຍສະ​ເພາະ​ແມ່ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ໄລຍະ​ຜ່ານ​ມາ.

        ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລຕາ​ເວັນ​ອອກ, ທ່ານ​ເລຂາພັກ​ກອມ​ມູນິດ​ທົ່ວ​ປະ​ເທດຝລັ່ງ PCF Pierre Laurent  ​ໄດ້ຕີ​ລາຄາ​ສູງ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​ເຫັນ​ດີ ​ແລະ ສະໜັບສະໜູນທັດສະນະ​ຂອງ​ຫວຽດນາມ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ, ພ້ອມ​ທັງ​ແກ້​ໄຂ​ການ​ຂັດ​ແຍ້ງກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

      ​ແລະ ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຮົ່ງ​ແອ​ງ ​ແລະ ຄະນະ​ຜູ້​ແທນ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ເລຂາ​ຜູ້ທີ 1 ພັກ​ສັງຄົມ​ຝລັ່ງ Jean Christophe Cambadelis ​ແລະ ຄະນະ​ການ​ນຳ​ພັກ​ສັງຄົມ​ຝລ່ັງ.

ຂ່າວ/ບົດ​ອື່ນ