ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນເກີ່ນເທີ

ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນເກີ່ນເທີ - ảnh 1
(ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ
 ຜູ້​ປະຈການຳ​ຄະນະ​ເລຂາ)


(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 07/12, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈການຳ​ຄະນະ​ເລຂາ ທ່ານ ​ເລ​ຮົ່ງ​ແອ​ງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ເກີ່​ນ​ເທີ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍຫລັງກອງ​ປະຊຸມ​ສະ​​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຢູ່​ເມືອງ ຫວີງ​ແທ້ກ, ນະຄອນ ​ເກີ່​ນ​ເທີ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາຄາ​ສູງ​ຈິດ​ໃຈ​ເຮັດ​ວຽກຢ່າງ​ເຂັ້ມ​ງວດ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ​ໄດ້​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ ຄວາມ​ເອົາ​ໃຈ​ໃສ່​ກ່ວາ​ອີກເຖິງ​ບັນຫາ​ກະສິກຳ, ຮັບປະກັນ​ຊີວິດ​ສັງຄົມ, ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​. ທ່ານ ​ເລ​ຮົ່ງ​ແອ​ງ ຂອບ​ໃຈ ​ແລະ ຮອງ​ຮັບ​ບັນດາ​ຄຳ​ຄິດ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ມີຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ພັກ, ລັດ ​ແລະ ລັດຖະບານ. ທ່ານ ​ເລ​ຮົ່ງ​ແອ​ງ ​ແຈ້ງ​ໃຫ້ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ 11 ​ເດືອນ​ຕົ້ນ​ປີ ກໍ​ຄື​ບັນ​ຫາ​ຮັບປະກັນ​ຄວາມ​​ເປັນລະບຽບ​ຮຽບຮ້ອຍ​ສັງຄົມ, ການ​ປ້​ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ