ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງທົດນົດ-ເກີນເທີ

ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງທົດນົດ-ເກີນເທີ - ảnh 1
ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ ​ເກີນ​ເທີ
​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ທົດ​ນົດ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 30/6, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາ, ພ້ອມ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ ​ເກີນ​ເທີ ມີ​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ທົດ​ນົດ. ພາຍຫຼັງ​ໄດ​້ຮັບ​ຟັງຜູ້​ຕ່າງໜ້າຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ ​ເກີນ​ເທີ ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສະ​ມັນ​ຄັ້ງ​ທີ 9 ສະພາ​ແຫ່ງ​ຊາດ​ຊຸດ 13, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ທົດ​ນົດ ສະ​ແດງຄວາມ​ເບີກບານ​ມ່ວນ​ຊື່ນຕໍ່​ຜົນສຳ​ເລັດຂອງກອງ​ປະຊຸມ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຮຽກຮ້ອງສະມາຊິກ​ສະພາ​ແຫ່ງ​ຊາດສະ​ເໜີ​​ຕໍ່ລັດຖະບານ​ແກ້​ໄຂ​ບັນດາບັນ​ຫາ​ຄື: ກວດກາ, ພິຈາລະນາ ​ແລະ ຄຸ້ມ​ຄອງ​ການ​ຜະລິດ ​ແລະ ຊື້-​ຂາຍ​ຝຸ່ຍ​ເຄມີ, ຢາ​ປາບ​ສັດຕູ​ພືດທີ່​ພວມ​ເພີ່ມ​ລາຄາ​ຜິດເປັນ​ປົກກະຕິ; ການ​ຄຸ້ມ​ຄອງອິນ​ເຕີ​ແນ​ດຍັງ​ຄົງກໍ່​ຄວາມ​ຂາດສະຖຽນ​ລະ​ພາບ​ໃນ​ສັງຄົມ; ການຜັນ​ຂະຫຍາຍວຽກ​ງານ​ຊື້, ​ສະ​ສົມ​ເຂົ້າ​ໃນ​ໄລຍະ​ທີ່​ຜ່ານ​ມາ​ຍັງ​ຊັກ​ຊ້າ, ​ກໍ່ຄວາມ​ຫຍຸ້ງຍາກ​ໃຫ້​ຊາວ​ກະສິກອນ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ​ສະ​ເໜີ​​ບັນດາ​ບັນຫາ​ກ່ຽວ​ກັບ​ທະ​ເລ​,ໝູ່​ເກາະ, ສິ່ງ​ແວດ​ລ້ອມ, ການ​ສຶກສາ, ບັນດາ​ລະບອບ​ນະ​ໂຍບາຍ, ການປັບປຸງ​ລະບຽບ​ການ​ບໍລິຫານ….ຕ້ອງ​ຄົ້ນ​ຄວ້າ​​ແກ້​ໄຂໂດຍ​ ໄວ.


ຂ່າວ/ບົດ​ອື່ນ