![ຜູ້ປະຈຳຄະນະເລຂາ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງກວາງນາມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_07_31/me_anh_hung1_pjyp.jpg)
ທ່ານເລຮົ່ງແອງຢ້ຽມຢາມແມ່ຫວຽດນາມວິລະຊົນເລືອງທິເຮິນ
(ພາບ: vov.vn )
(vovworld) – ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງກວາງນາມ ເມື່ອຕອນເຊົ້າວັນທີ 31/7 ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ວຽກງານກະກຽມກອງປະຊຸມໃຫ່ຍພັກຂັ້ນຕ່າງໆ, ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນເຊິ່ງແຂວງກວາງນາມ ບັນລຸໄດ້ໃນ 6 ເດືອນຜ່ານມາພ້ອມທັງສະເໜີແຂວງຈົ່ງສຸມໃສ່ພັດທະນາເສດຖະກິດຢ່າງສະໝ່ຳສະເໝີລະຫວ່າງເຂດຕ່າງໆ, ເອົາໃຈໃສ່ຕໍ່ການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ບັນດາຮາກຖານການແພດ, ການສຶກສາຢູ່ 9 ເມືອງເຂດພູດອຍ. ກ່ຽວກັບວຽກງານກະກຽມກອງປະຊຸມໃຫ່ຍພັກຂັ້ນຕ່າງໆ, ທ່ານເລຮົ່ງແອງ ຮຽກຮ້ອງໃຫ້ຄະນະປະຈຳຄະນະພັກແຂວງກວາງນາມ ຈົ່ງຊີ້ນຳ ແລະ ຈັດຕັ້ງການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 36 ຂອງກົມການເມືອງກ່ຽວກັບ “ການຈັດຕັ້ງກອງປະຊຸມໃຫ່ຍຄະນະພັກຂັ້ນຕ່າງໆ ກ້າວໄປເຖິງກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ“ ຢ່າງເຂັ້ມງວດ./.