ຜູ້ປະສົບເຄາະຮ້າຍໃນກຳປັ່ນດຳນ້ຳ Titan ເສຍຊີວິດທັງໝົດ

(VOVWORLD) - ຕາມ USCG, ບັນດາສະເກັດຂອງກຳປັ່ນດຳນ້ຳທີ່ໄດ້ພົບເຫັນຢູ່ໃຕ້ພື້ນມະຫາສະໝຸດ ຊີ້ໃຫ້ເຫັນວ່າ ກຳປັ່ນດຳນ້ຳ Titan ໄດ້ຫາຍສາບສູນຢູ່ໃກ້ກັບຊາກກຳປັ່ນ Titanic ຍ້ອນໄດ້ຮັບກຳລັງແຮງດັນຢ່າງໃຫຍ່ຫຼວງ.
ຜູ້ປະສົບເຄາະຮ້າຍໃນກຳປັ່ນດຳນ້ຳ Titan ເສຍຊີວິດທັງໝົດ - ảnh 1ກຳປັ່ນດຳນ້ຳ Titan
(ພາບ: AFP/TTXVN)

        ວັນທີ 22 ມິຖຸນາ, ກຳລັງລາດຕາເວນທາງທະເລ ອາເມລິກາ (USCG) ໄດ້ໃຫ້ຂໍ້ສັງເກດວ່າ, ມັງ 5 ຄົນໃນກຳປັ່ນດຳນ້ຳ Titan ທີ່ຫາຍສາບສູນລ້ວນແຕ່ເສຍຊີວິດ, ໃນເຫດການເບິ່ງຄືວ່າ “ເກີດລະເບີດຢ່າງຮ້າຍແຮງ”. ຂໍ້ມູນຂ່າວດັ່ງກ່າວແມ່ນຕອນທ້າຍທີ່ໜ້າງ່ວມເສົ້າຕໍ່ຄວາມມານະພະຍາຍາມກູ້ໄພກູ້ຊີບສາກົນທີ່ມີຂອບຂະໜາດໃຫຍ່ ສຳລັບເລື່ອງຊອກຫາກຳປັ່ນດຳນ້ຳ Titan ທີ່ຖືກຫາຍສາບສູນໃນການເດີນທາງໄປຢ້ຽມຊົມຊາກກຳປັ່ນ Titanic.

        ຕາມ USCG, ບັນດາສະເກັດຂອງກຳປັ່ນດຳນ້ຳທີ່ໄດ້ພົບເຫັນຢູ່ໃຕ້ພື້ນມະຫາສະໝຸດ ຊີ້ໃຫ້ເຫັນວ່າ ກຳປັ່ນດຳນ້ຳ Titan ໄດ້ຫາຍສາບສູນຢູ່ໃກ້ກັບຊາກກຳປັ່ນ Titanic ຍ້ອນໄດ້ຮັບກຳລັງແຮງດັນຢ່າງໃຫຍ່ຫຼວງ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly ຖະແຫຼງວ່າ ລັດຖະບານປະເທດນີ້ຈະໜູນຊ່ວຍຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນກຳປັ່ນ Titan, ພ້ອມທັງສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ. ກຳປັ່ນດຳນ້ຳ Titan ຂຶ້ນກັບກຳມະສິດບໍລິສັດ Ocean Gate ບໍ່ສາມາດຕິດຕໍ່ໄດ້ ພາຍຫຼັງທີ່ໄດ້ໂດຍສານ 5 ຄົນດຳນ້ຳລົງໃຕ້ພື້ນ ທະເລເພື່ອຢ້ຽມຊົມຊາກກຳປັ່ນ Titanic ເປັນເວລາເກືອບ 2 ຊົ່ວໂມງ, ໃນວັນທີ 18 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ