ຜູ້ພິພາກສາສະຫະລັດ ອາເມລິກາຍອມຮັບ ລາຍການລັກຟັງໂທ ລະສັບຂອງ NSA ແມ່ນຜິດກົດໝາຍ


ຜູ້ພິພາກສາສະຫະລັດ ອາເມລິກາຍອມຮັບ ລາຍການລັກຟັງໂທ ລະສັບຂອງ NSA ແມ່ນຜິດກົດໝາຍ - ảnh 1

(ພາບ: AFP)

(vovworld)-  ວັນທີ 16/12, ຜູ້​ພິພາກສາ​ສະຫະລັດ​ອາ​ເມ​ລິ​ກາ ປະກາດ​ວ່າ​​ລາຍການ​ລັບ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ (NSA) ​ເພື່ອ​ແນ​ໃສ່​ລັກ​ຟັງ​ໂທລະສັບ​ຂອງ ປຊຊ ອາ​ເມ​ລິ​ກາ ​​ແມ່ນ​ຜິດ​ກົດໝາຍ ພ້ອມ​ທັງ​ອອກ​ຄຳ​ສັ່ງຢຸດຕິ​ບັນດາ​ການ​ເຄື່ອນ​ໄຫ​ວນີ້​ສຳລັບ​ລູກ​ຄ້າ​ຂອງ​ບໍລິສັດ​ບໍລິການ​ໂທລະສັບ​ຈຳນວນ 1. ນີ້​ແມ່ນ​ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ອາ​ເມ​ລິ​ກາ ​ໃນ​ການ​ຮ້ອງ​ຟ້ອງ​ຕ່າງໆ ກ່ຽວຂ້ອງ​ເຖິງ​ລາຍການ​ສອດ​ແນມ​ລັບ​ຂອງ NSA ​ໂດຍອະດີດ​ພາລະ​ກອນ​ກົມສືບລາຊະການ​ລັບ​ອາ​ເມ​ລິ​ກາ (CIA) Edward Snowden ​ເຜີ​ຍລັບ. ​ໃນ​ບົດ​ຕັດສິນ​ລວມມີ 68 ໜ້າ, ທ່ານ Rachard Leon ຜູ້​ພິພາກສາ​ສະຫະລັດ​ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ ກຳນົດ​ວ່າ: ​ເລື່ອງ NSA ລັກ​ຟັງ​ໂທລະສັບ​ຂອງ ປຊຊ ກ່ວາ 5 ລ້ານ​ຄົນໃນ​ທົ່ວ​ໂລກ, ​ໃນ​ນັ້ນມີ ປຊຊ ອາ​ເມ​ລິ​ກາ ​ນັບ​ພັນ​ຄົນ​ແມ່ນ​ລະ​ເມີດ​ລັດຖະທຳ​ມະນູນ, ລະ​ເມີດ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດ​ຂອງສ່ວນບຸດ​ຄົນ​. ທ່ານ Rachard Leon ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ຈົ່ງ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​​ເກັບກຳ ​ແລະ ລັກ​ຟັງ​ໂທລະສັບ​ຂອງ​ລູກ​ຄ້າ​ຂອງ​ກຸ່ມ​ບໍລິສັດ AT&T ​ແລະ Verizon ຊື່​ງ​ແມ່ນ​ສອງ​ບໍລິສັດ​ບໍລິການ​ໂທລະສັບ​ທີ່​ມີ​ລູກ​ຄ້າ​ສົ່ງ​ໃບ​ຟ້ອງ​ຮ້ອງ​ຕໍ່​ສານ​ສູງ​ສຸດ./.

ຂ່າວ/ບົດ​ອື່ນ