ຜູ້ພິພາກສາສານສູງສຸດຟີລິບປິນຮຽກຮ້ອງເຊື່ອມຕໍ່ການເຄື່ອນໄຫວລາດຕາເວນຮ່ວມກັບອາເມລິກາຢູ່ທະເລຕາເວັນອອກຄືນໃໝ່

ຜູ້ພິພາກສາສານສູງສຸດຟີລິບປິນຮຽກຮ້ອງເຊື່ອມຕໍ່ການເຄື່ອນໄຫວລາດຕາເວນຮ່ວມກັບອາເມລິກາຢູ່ທະເລຕາເວັນອອກຄືນໃໝ່ - ảnh 1
ທ່ານ Antonia Carpio, ຜູ​້​ພິ​ພາກ​ສາ​ສານ​ສູງ​ສຸດ ຟີ​ລິບ​ປິນ
(ພາບ: GCSP)

(vovworld) – ພາຍຫຼັງ ຟີ​ລິ​ບ​ປິນ ໄດ້​ປະ​ກາດ​​ຢຸດ​ຕິ​​ບັນ​ດາ ການ​ເຄື່ອນ​ໄຫວ​​ຊ້ອມ​ຮົບ ແລະ ລາ​ດ​ຕາ​ເວນ​ຮ່ວມ​ກັບ​ອາ​ເມ​ລິ​ກາ ຢູ່​ທະ​ເລ​ຕາ​ເວັນ​ອອກ ພຽງ 2, 3 ວັນ, ວັນ​ທີ 11/10, ທ່ານ Antonia Carpio, ຜູ​້​ພິ​ພາກ​ສາ​ສານ​ສູງ​ສຸດ ຟີ​ລິບ​ປິນ ໄດ້​ອອ​ກ​ສຽງ​ຮຽກ​ຮ້ອງ​​ໃຫ້ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ຮ່ວມ​ຄືນ​ໃໝ່​ເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຟີ​ລິບ​ປິນ ຢູ່​​ບໍ​ລິ​ເວນທະ​ເລ​ທີ່​ພວມ​​ເກີດ​ການ​ຂັດ​ແຍ້ງກັນ​ນີ້. ທ່ານ Carpio ໄດ້​ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ການ​ສ້ອມ​ຮົບ​ຮ່ວມ ອາ​ເມ​ລິ​ກາ - ຟີ​ລິບ​ປິນ ທີ່​ມີ​ຊື່​ວ່າ “PHIBLEX 33” ແລະ ຖື​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ຕ້ອງ​ເຫັນ​ໄດ້​ບົດ​ບາດ​ສຳ​ຄັນ​ຂອງ ອາ​ເມ​ລິ​ກາ ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຕ້ອງ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວັນ​ຮ່ວ​ມ​ລະ​ຫວ່າງ ຟີ​ລິບ​ປິນ ແລ​ະ ອາ​ເມ​ລິ​ກາ ຢູ່​ເຂດ​ທ​ະ​ເລນີ້.


ຂ່າວ/ບົດ​ອື່ນ