ຜູ້ມີຍົດຖາບັນດາສັກປະກອບຄຳຄິດຄຳເຫັນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992

ຜູ້ມີຍົດຖາບັນດາສັກປະກອບຄຳຄິດຄຳເຫັນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ​ຂອງ​ບາງ​ອົງການ​ສາສະໜາ
(ພາບ: :VGP/Mạnh Hùng)

(vovworld) - ວັນ​ທີ 30/1. ຢູ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ສາສະໜາ​ລັດຖະບານ, ກະຊວງ​ພາຍ​ໃນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ​ຂອງ​ບາງ​ອົງການ​ສາສະໜາ ທີ່ປະກອບ​ໃສ່​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ ປີ 1992. ຄຳ​ເຫັນ​ສ່ວນ​ຫຼາຍ​​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ ຈຳ​ເປັນ, ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ກໍ່​ຄື​ໃນ​ສະພາບ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ພະ​ອາຈານ​ໃຫຍ່ ​ເຮ້ວທົງ (Hue Thong), ຜູ້​ຕ່າງ​ໜ້າ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ຖື​ວ່າ: ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ​ຄວນ​ເຮັດ​ໃຫ້​ຈະ​ແຈ້ງ ​ແລະ ​ຈັດ​ແບ່ງ​ວຽກ​ງານ​ຢ່າງລະອຽດ​ກ່ວາ​ອີກ: ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ນິຕິ​ບັນຍັດ, ລັດຖະບານ​ແມ່ນ​ອົງການ​ບໍລິຫານ, ສານ​ ​ແລະ ​ອົງການໄອ​ຍາການ​ແມ່ນ​ອົງການຕຸລາການ

        ບັນດາ​ຄຳ​ເຫັນທີ່​ກອງ​ປະຊຸມ​ສຳ​ມະ​ນາ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ເລື່ອງ​ລັດຖະທຳ​ມະນູນ​ກຳນົດ​ບັນດາ​ສາສະໜາ​ມີ​ສິດສະ​ເໝີ​ພາບ​ຕໍ່​ກົດໝາຍ, ບໍ່​ມີ​ໃຜ​ມີ​ສິດ​ແຕະຕ້ອງ​ເຖິງ​ຄວາມ​ເຊື່ອ​ໝັ້ນ, ອຸດ​ົມຄະຕິ, ຫຼັກ​ທຳ​ມະຂອງ​ບັນດາ​ສາສະ​​ໜາ​ພວມ​ດຳ​ເນີນ​ຊີວິດ​ຖືກ​ກັບ​ກົດໝາຍ. ຍາມ​ໃດ​ລັດ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ​ໃຫ້​ບັນດາ​ອົງການ​ສາສະໜາ​ເຂົ້າຮ່ວມ​​ໂຄງການ​ຫັນ​ວຽກ​ງານ​ສຶກສາ, ສາທາລະນະ​ສຸກ, ການ​​ເຄື່ອນ​ໄຫວກຸ​ສົນມາ​ເປັນ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ