ຜູ້ມີສິດເລືອກຕັ້ງ El Salvador ປ່ອນບັດເລືອກຕັ້ງປະທານາທິບໍດີ

(VOVWORLD) - ມີຜູ້ອອກສະໝັກຮັບເລືອກຕັ້ງ 6 ທ່ານເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຄັ້ງນີ້, ເຊິ່ງລວມມີທ່ານປະທານາທິບໍດີຄົນປະຈຸບັນ Bukele ຜູ້ຕາງໃຫ້ພັກ ແນວຄວາມຄິດໃໝ່…

ວັນທີ 4 ກຸມພາ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງຢູ່ El Salvador ໄດ້ເປີດປະຕູເພື່ອຕ້ອນຮັບຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງປະທານາທິບໍດີ. ນີ້ແມ່ນຄັ້ງທຳອິດນັບແຕ່ປີ 1992 ທີ່ຜູ້ມີສິດເລືອກຕັ້ງ El Salvador ໄປປ່ອນບັດໃນສະພາວະສຸກເສີນ, ເຊິ່ງໄດ້ຈັດວາງໃນຂອບເຂດການປາບປາມບັນດາພັກຝ່າຍຂອງທ່ານປະທານາທິບໍດີ Nayib Bukele.

        ມີຜູ້ອອກສະໝັກຮັບເລືອກຕັ້ງ 6 ທ່ານເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຄັ້ງນີ້, ເຊິ່ງລວມມີທ່ານປະທານາທິບໍດີຄົນປະຈຸບັນ Bukele ຜູ້ຕາງໃຫ້ພັກ ແນວຄວາມຄິດໃໝ່… ເພື່ອຜ່ານໄດ້ຮອບທີໜຶ່ງຂອງການເລືອກຕັ້ງ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ຕ້ອງໄດ້ຮັບຢ່າງໜ້ອຍສຸດແມ່ນ 51% ບັດສະໜັບສະໜູນ. ປະຈຸບັນ, ທ່ານ Nayib Bukele ໄດ້ຮັບຕີລາຄາສູງສຸດໃນຈຳນວນບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ. ຖ້າຍາດໄດ້ຊະນະນັ້ນ, ທ່ານ Nayib Bukele ຈະແມ່ນປະທານາທິບໍດີຄົນທຳອິດຢູ່ El Salvador ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາຍຸການທີສອງ.

ຕອບກັບ

ຂ່າວ/ບົດ​ອື່ນ