ຜູ້ມີສິດເລືອກຕັ້ງ ກຳປູເຈຍ ກ່ວາ 99% ໄປເລືອກຕັ້ງສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3

(VOVWORLD) - ວັນທີ 26 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດຂໍ້ມູນຕົວເລກສະຖິຕິເບື້ອງຕົ້ນຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງການນຳສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3 ເຊິ່ງດຳເນີນກ່ອນນັ້ນໃນວັນດຽວກັນ. ຕາມນັ້ນແລ້ວ, ຜູ້ມີສິດເລືອກຕັ້ງ 11.565 ຄົນໄດ້ໄປປ່ອນບັດ ເຊິ່ງກວມເອົາ 99,94%.
ຜູ້ມີສິດເລືອກຕັ້ງ ກຳປູເຈຍ ກ່ວາ 99% ໄປເລືອກຕັ້ງສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3 - ảnh 1 ຜູ້ມີສິດເລືອກຕັ້ງ ກຳປູເຈຍ ກ່ວາ 99% ໄປເລືອກຕັ້ງສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3 (ພາບ: TTXVN)

        ຄາດວ່າ, ໝາກຜົນຊົ່ວຄາວຈະໄດ້ປະກາດໃນວັນທີ 31 ພຶດສະພາ ແລະໝາກຜົນທາງການຈະໄດ້ປະກາດໃນວັນທີ 08 ມິຖຸນາ ຈະມາເຖິງ.

        ກ່ອນໜ້ານັ້ນ, ແຕ່ເວລາ 7 ໂມງ - 15 ໂມງ ວັນທີ 26 ພຶດສະພາ, ບັນດາຜູ້ມີສິດເລືອກຕັ້ງ ກຳປູເຈຍ ເຊິ່ງເປັນກຳມະການສະພາຕາແສງ ໄດ້ໄປປ່ອນບັດເພື່ອເລືອກຕັ້ງການນຳສະພາຂັ້ນເທິງ ໃນການເລືອກຕັ້ງທີ່ ມີ 7 ພັກການເມືອງເຂົ້າຮ່ວມ ຍາດເອົາທີ່ນັ່ງຢູ່ສະພານະຄອນຫລວງ / ແຂວງ ແລະ ທີ່ນັ່ງຢູ່ສະພານະຄອນ / ເມືອງ ໃນທົ່ວປະເທດ.

        ນັກສັງເກດການລວມມີປະມານ 1.010 ຄົນ ທີ່ມາຈາກບັນດາກຸ່ມສັງຄົມ, ໃນນັ້ນ ມີສະຫະພັນຊາວໜຸ່ມ ກຳປູເຈຍ ແລະ ບັນດາອົງການພົນລະເຮືອນສັງຄົມ ເຂົ້າຮ່ວມການຕິດຕາມກວດກາການເລືອກຕັ້ງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ