ຜູ້ມີສິດເລືອກຕັ້ງ ກຳປູເຈຍ ເລີ່ມຕົ້ນໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 6

(VOVWORLD) - ເລີ່ມແຕ່ 7 ໂມງເຊົ້າວັນທີ 29 ກໍລະກົດ, ຜູ້ມີສິດເລືອກຕັ້ງ ກຳປູເຈຍ ໄດ້ເລີ່ມຕົ້ນໄປປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດ 22.967 ແຫ່ງໃນທົ່ວປະເທດ, ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 6 ຈຳນວນ 125 ທ່ານ.
ຜູ້ມີສິດເລືອກຕັ້ງ ກຳປູເຈຍ ເລີ່ມຕົ້ນໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 6 - ảnh 1 ຜູ້ມີສິດເລືອກຕັ້ງ ກຳປູເຈຍ ໄດ້ເລີ່ມຕົ້ນໄປປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດ

 ຕາມຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ແລ້ວ, ຜູ້ມີສິດເລືອກຕັ້ງປະມານ 8,3 ລ້ານຄົນໄດ້ຈົດທະບຽນເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້. ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ມີ 20 ພັກການເມືອງ, ໃນນັ້ນ ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ ບາງພັກອື່ນ ໄດ້ມີບັນດາການເຄື່ອນໄຫວຂົນຂວາຍຜູ້ມີສິດເລືອກຕັ້ງຢ່າງແຮງ. ເພື່ອຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮອຍຢູ່ບັນດາສະຖານທີ່ປ່ອນບັດນັ້ນ, ກະຊວງພາຍໃນ ກຳປູເຈຍ ໃຫ້ຮູ້ວ່າ: ມີຕຳຫລວດ, ພົນທະຫານປະມານ 80.000 ຄົນໄດ້ຮັບການຜັນຂະຫຍາຍ. ມີນັກສັງເກດການເກືອບ 100.000 ຄົນຂອງ 20 ພັກການເມືອງເຂົ້າຮ່ວມການເລືອກຕັ້ງ ແລະ ມີນັກສັງເກດການສາກົນປະມານ 500 ຄົນ ທີ່ມາຈາກ 42 ປະເທດໄດ້ມາຕິດຕາມການເລືອກຕັ້ງ. ຄາດວ່າ NEC ຈະປະກາດໝາກຜົນນັບບັດເບື້ອງຕົ້ນໃນວັນທີ 11 ສິງຫາ ແລະ ໝາກຜົນທາງການຈະໄດ້ປະກາດໃນວັນທີ 15 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ