ຜູ້ມີສິດເລືອກຕັ້ງ ລີບີ ຈົດທະບຽນgເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ

ຜູ້ມີສິດເລືອກຕັ້ງ ລີບີ ຈົດທະບຽນgເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 1/5, ປະຊາຊົນ ລີ​ບີ ​ໄດ້​ເລີ່​ມຕົ້ນ​ການຈົດ​ທະບຽນ​​ເຂົ້າ​ຮ່ວມ​ການປ່ອນ​ບັດ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ​ຈະ​ມາ​ເຖິງ ດ້ວຍ​ຄວາມ​ຫວັງ​ວ່າ: ປະ​ເທດ​ນີ້​ຈະ​ມີ​ລັດຖະທຳ​ມະນູນ​​ສະບັບໃໝ່ນັບ​ແຕ່​ເມື່ອ​ອຳນາດ​ການ​ປົກຄອງຂອງປະທານາທິບໍດີ Kadafi ຖືກ​ລົ້ມ​ລະລາຍ. ສະຖານ​ທີ່​ຈົດ​ທະບຽນ​ປະມານ 1500 ​ແຫ່ງ​ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ​ໃນ​ສະພາ​ແຫ່ງ​ຊາດ​ໃໝ່, 80 ​ໃນ​ຈຳນວນ 200 ທີ່​ນັ່ງ​​ແມ່ນ​ສະຫງວນ​ໃຫ້​ແກ່​ບັນດາ​ພັກ​ການ​ເມືອງ, ສ່ວນ​ທີ່ຍັງ​ເໜືອ​ແມ່ນ​ສະ​ຫງວນ​ໃຫ້​ແກ່​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເອກະລາດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະພາບ​ຄວາມສະຫງົບ​ປອດ​ໄພພາຍ​ໃນ​ປະ​ເທດ​ຍັງ​ຂາ​ດສະຖຽນ​ລະ​ພາບ ​ແລະ ລັດຖະບານ​ຊົ່ວຄາວ​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ກຳລັງ​ແຮງ ​ເພື່ອ​ແນ​ໃສ່​ປາບ​ປາມ​ກຸ່ມ​ປະກອບ​ອາວຸດ​ຕ່າງໆ ພາຍ​ໃນ​ປະ​ເທດ​ໄດ້.

ຂ່າວ/ບົດ​ອື່ນ