ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ

(VOVWORLD) -  ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ໃນທົ່ວປະເທດ, ຈາກຕົວເມືອງລົງຮອດທ້ອງຖິ່ນ, ເຂດຊາຍແດນ, ເຂດທະເລໝູ່ເກາະ…. ໄດ້ໄປປ່ອນບັດເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ນັບແຕ່ 7 ໂມງເຊົ້າ, ເຊິ່ງເປັນຈຸດເວລາເປີດປະຕູສະຖານທີ່ປ່ອນບັດ, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ປະຕິບັດສິດ ແລະ ພັນທະພົນລະມືອງຂອງຕົນ. ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງຈະຄັດເລືອກສະມາຊິກສະພາແຫ່ງຊາດ 500 ທ່ານ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນ ເກືອບ 4000 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນເມືອງ ກວ່າ 20.000 ທ່ານ ພ້ອມດ້ວຍສະມາຊິກສະພາປະຊາຊົນຂັ້ນຕາແສງກວ່າ 240.000 ທ່ານ.   
ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ແມ່ນໜຶ່ງໃນບັນດາຜູ້ມີສິດເລືອກຕັ້ງປ່ອນບັດທຳອິດ.

ຢູ່ສະຖານທີ່ປ່ອນບັດທີ່ເຮືອນເລກທີ 58 ຫງວຽນຢູ, ຮ່າໂນ້ຍ, ພໍດີຮອດ 7 ໂມງເຊົ້າ, ຫຼັງພິທີໄຂ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ມີສິດເລືອກຕັ້ງປ່ອນບັດທຳອິດ. ເມື່ອຕອບສຳພາດຕໍ່ສື່ມວນຊົນ ພາຍຫຼັງການປ່ອນບັດ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຊື່ອໝັ້ນວ່າ ດ້ວຍຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງຄັ້ງນີ້, ປະເທດຊາດຈະກ້າວເຂົ້າສູ່ໄລຍະໃໝ່, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນທີ່ໄດ້ຮັບການເລືອກຕັ້ງໃນຊຸດນີ້ ຈະສຸດຈິດສຸດໃຈອຸທິດສ່ວນເພື່ອປະເທດຊາດ, ເພື່ອປະຊາຊົນ, ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ, ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ກຳນົດໄວ້, ໂດຍສະເພາະແມ່ນຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ລັດຖະທຳມະນູນ.

ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ - ảnh 2ທ່ານປະທານປະເທດ ຫງວຽນຊວັນຟຸກ ຢື້ຢາມຖາມຂ່າວຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ

ຕອນເຊົ້າວັນທີ 23 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງເລກທີ 41, ເທດສະບານເມືອງ ກູ໋ຈີ, ນະຄອນ ໂຮ່ຈີມິນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາວ່າ ວຽກງານການເລືອກຕັ້ງໄດ້ຈັດຕັ້ງຢ່າງມີແບບມີແຜນ, ມີວິທະຍາສາດ ອຳນວຍຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງທີ່ສຸດ, ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍໄດ້ປະຕິບັດເປັນຢ່າງດີ.

ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ - ảnh 3ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
ເຂົ້າຮ່ວມການເລືອກຕັ້ງ ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18

ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18, ຕາແສງ ກ໋າຍເຄ໊, ເມືອງ ນິງກ່ຽວ, ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ໂດຍແບ່ງປັນພາຍຫຼັງການປ່ອນບັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ສິ່ງສຳຄັນທີ່ສຸດແມ່ນ ຫວຽດນາມ ຈັດຕັ້ງການປ່ອນບັດຢ່າງເປີດເຜີຍ, ໂປ່ງໃສ, ຍຸຕິທຳ. ຜູ້ມີສິດເລືອກຕັ້ງແຕ່ລະຄົນມີສິດເສລີໃນການເລືອກເອົາບັນດາຕົວແທນທີ່ເໝາະສົມທີ່ສຸດເຂົ້າໃນອົງການສິດອຳນາດຂອງທ້ອງຖິ່ນ ແລະ ອົງການສິດອຳນາດສູງສຸດຂອງປະເທດຊາດ.

    ພາຍຫຼັງປະຕິບັດສິດພັນລະເມືອງຂອງຕົນຢູ່ສະຖານທີ່ປ່ອນບັດເລືອກຕັ້ງເລກທີ 1 ເທດສະບານເມືອງ ອານຫຼາວ, ນະຄອນ ຫ໋າຍຟ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກະກຽມທຸກວຽກງານເລືອກຕັ້ງໃນເວລາຍາວນານ ຈຶ່ງສາມາດດຳເນີນການເລືອກຕັ້ງໃນທົ່ວປະເທດຄືໃນວັນນີ້, ຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງທຸກຄົນ, ໃນນັ້ນ ມີບັນດາທ້ອງຖິ່ນພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ຄື ຮ່າໂນ້ຍ, ບັກຢາງ, ບັກນິງ, ຫວິງຝຸກ ແລະ ດ່າໜັງ.

ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ - ảnh 4ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມການປ່ອນບັດ
 ຢູ່ບັນດາສະຖານທີ່ແຍກຕົວລວມໝູ່, ວຽກງານການເລືອກຕັ້ງກໍໄດ້ປະຕິບັດຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພ. ຢູ່ເຂດແຍກຕົວ ວິທະຍາຄານການທະຫານ ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ, ນັບແຕ່ເຊົ້າ, ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ກໍໄດ້ສີດຢາຂ້າເຊື້ອ. ຜູ້ມີສິດເລືອກຕັ້ງກໍຕ້ອງລ້າງມືຂ້າເຊື້ອ, ວັດແທກອຸນຫະພູມ, ໃສ່ຖົງມື ແລະ ຮັກສາໄລຍະຫ່າງໃນຕະຫຼອດໄລຍະປະຕິບັດການປ່ອນບັດ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ມີສິດເລືອກຕັ້ງ ກໍຖືກຮຽກຮ້ອງໃຫ້ປະຕິບັດການປ່ອນບັດຕາມແຕ່ລະຫ້ອງ, ໃນເວລາທີ່ແຕກຕ່າງກັນ ເພື່ອຮັບປະກັນແກ່ການຮັກສາໄລຍະຫ່າງ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ. ສຳລັບຜູ້ມີສິດເລືອກຕັ້ງທີ່ພວມປະຕິບັດການແຍກຕົວຢູ່ກັບເຮືອນ, ແຕ່ລະໜ່ວຍເລືອກຕັ້ງຖືຫີບບັດສຳຮອງລົງໄປເຮືອນປະຊາຊົນແຕ່ລະຫຼັງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງສາມາດບ່ອນປັດ. ຫີບບັດເລືອກຕັ້ງສຳຮອງນັ້ນກໍໄດ້ຮັບການສີດຢາຂ້າເຊື້ອເຊັ່ນດຽວກັນ. ເວລາປ່ອນບັດເລືອກຕັ້ງກໍຮັບປະກັນປະຕິບັດຕາມມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກ.

        ຕີລາຄາໂດຍສັງເຂບກ່ຽວກັບຄວາມຄືບໜ້າຂອງການເລືອກຕັ້ງ, ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ  ໃຫ້ຮູ້ວ່າ, ໄລ່ຮອດເວລາ 11 ໂມງຂອງວັນທີ 23 ພຶດສະພາ, ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ແມ່ນຫຼາຍທີ່ສຸດ ເປັນຕົ້ນແມ່ນ ແຂວງ ດ້ຽນບຽນ ບັນລຸ 85%, ກວາງນິງ 84,53%, ກວ໋າງງ໋າຍ 81,76%, ກາາບັ່ງ 80,3%, ຮ່າຢາງ 77,65%, ຫວິງຟຸກ 71,89%...  ສະຖານທີ່ປ່ອນບັດ ເລືອກຕັ້ງເລກທີຫຼາຍແຫ່ງ ມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດ 100%, ເປັນເຕົ້ນແມ່ນ ແຂວງ ກວ໋າງນິງ, ກາວບັ່ງ, ດ້ຽນບຽນ, ບິ່ງເຟືອກ, ຈ່າວິງ… ບັນດາທ້ອງຖິ່ນທັງໝົດຕ່າງກໍປະຕິບັດວຽກງານຈັດແບ່ງເຂດ, ຈັດແບ່ງຜູ້ມີສິດເລືອກຕັ້ງໄດ້ເປັນຢ່າງດີ, ຮັບປະກັນມາດຕະການ, ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດໂລກລະບາດ./.

ຕອບກັບ

ຂ່າວ/ບົດ​ອື່ນ