ຜູ້ມີສິດເລືອກຕັ້ງກວ່າງ 69 ລ້ານຄົນຈະປະຕິບັດສິດເລືອກຕັ້ງ

(VOVWORLD) -ບັນດາອົງການຈັດຕັ້ງຮັບຜິດຊອບການເລືອກຕັ້ງຢູ່ຂັ້ນທ້ອງຖິ່ນກໍ່ໄດ້ຮັບການສ້າງຕັ້ງສຳເລັດ, ດ້ວຍ 63 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 682 ຄະນະກຳມະການຂັ້ນເມືອງ ແລະ ກວ່າ 10.000 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ…
ຜູ້ມີສິດເລືອກຕັ້ງກວ່າງ 69 ລ້ານຄົນຈະປະຕິບັດສິດເລືອກຕັ້ງ - ảnh 1ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງ
(ພາບປະກອບ: TTXVN)

ຕາມບົດລາຍງານຂອງລັດຖະບານ, ໄລ່ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ໄດ້ມີຄວາມຮັບປະກັນຖືກຕ້ອງຕາມຈິດໃຈຊີ້ນຳຂອງກົມການເມືອງ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ, ບັນດາອົງການຈັດຕັ້ງຮັບຜິດຊອບການເລືອກຕັ້ງຢູ່ຂັ້ນທ້ອງຖິ່ນກໍ່ໄດ້ຮັບການສ້າງຕັ້ງສຳເລັດ, ດ້ວຍ 63 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 682 ຄະນະກຳມະການຂັ້ນເມືອງ ແລະ ກວ່າ 10.000 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ… ຕາມຕົວເລກຂອງບັນດາທ້ອງຖິ່ນແລ້ວ, ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026. ມາຮອດປະຈຸບັນ, ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ