ຜູ້ມີສິດເລືອກຕັ້ງຕີລາຄາສູງການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ

ຜູ້ມີສິດເລືອກຕັ້ງຕີລາຄາສູງການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕອບ​ຄຳ​ຊັກ​ຖາມ​ຕໍ່​ສະ​ພາ​ແຫ່ງ​ຊາດ
(ພາບ​ປະ​ກອບ)


 (vovworld) ​​-  ​ ບັນດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໃນ 3 ວັນ​ຜ່ານ​ມາ ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​, ຕິດຕາມຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈຳນວນຫຼວງ​ຫຼາຍ. ຜູ້​ມີ​ສິດ​​ເລືອກ​ຕັ້ງ​ຖື​ວ່າ: ການ​ນຳ​ຂະ​ແໜງ​ການ​ກໍ່​ຄື​ລັດຖະບານ​ໄດ້​ຕອບ​ບັນດາ​ຄຳ​ຊັກຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢ່າງ​ກົງ​ໄປ​ກົງ​ມາ. ທ່ານ​ກິ​ມວິ​ງຟຸກ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

       “ຂ້າພະ​ເຈົ້າ​ເຫັນ​ວ່າ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ຍົກ​ອອກ​ບັນດາ​ບົດ​ປະກອບ​ຄວາມ​ເຫັນ ​ແລະ ປະກອບ​ຄຳ​ເຫັນ​ໃຫ້​ການ​ເຄື່ອນ​ໄຫວ​ທຸກ​ຢ່າງຂອງ​ສັງຄົມ​ຢ່າງ​ກົງ​ໄປ​ກົງ​ມາ. ບັນດາ​ລັດຖະມົນຕີ​ວ່າການ ​ໄດ້​ຕອບ​ຄຳ​ຊັກ​ຖາມ​​ໄດ້ດີ ​ແລະ ຄົບ​ຖ້ວນ​ກ່ວາ​ເມື່ອ​ທຽບ​ກັບ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງກ່ອນ​ນັ້ນ”.

        ສ່ວນການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ ທ່ານ​ເຈືອງ​   ມິ​ງຕຸ​ງ, ​ແຂວງ​ບິງ​ທ້ວນ, ​ເວົ້າ​ວ່າ:

      “ຂ້າພະ​ເຈົ້າ​ເຫັນວ່າການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາຍົກລັດຖະມັນ​ຕີ​ຫງວຽນ​ເຕິ​ນຢຸງ ຕໍ່​ບັນດາ​ຄຳ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຈ້ງ​ທີ່​ສຸດ, ຍົກ​ອອກ​ໄດ້​ບັນດາ​ບັນຫາຈຸດ​ສຸມ, ​ເຮັດ​ແຈ້ງ​ການ​ເຄື່ອນ​ໄຫວຕ່າງໆ​ຂອງ​ລັດຖະບານ. ພິ​ເສດ, ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​​ການຕອບ​ຄຳ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ພົວພັນ​ກັບ​ຈີນ, ​ໃນນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ, ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​​ເລື່ອງ​ຫວຽດນາມ​ ຖື​ບັນຫາ​ອະທິປະ​ໄຕ​​ແຫ່ງ​ຊາດເປັນ​ສຳຄັນ. ຂ້າພະ​ເຈົ້າ​ເຫັນ​ວ່ານັ້ນ​ແມ່ນ​ສິ່ງ​ທີ່​ເໝາະ​ສົມ​ກັບ​ແນວ​ຄິດ​ຈິດ​ໃຈ​ ​ແລະ ຄວາມ​ຄິດ​ຂອງ​ຊາວ​ຫວຽດນາມ”.

         ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວັງ​ວ່າ​ທ່ານ​ນາຍົກລັດຖະມົນຕີ ​ແລະ ບັນດາ​ສະມາຊິກ​ລັດຖະບານ​ຈະ​ບໍລິຫານ​, ຊີ້​ນຳ​ນຳພາ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຈິງ ​ເພື່ອ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ພັດທະນາ, ຜ່ານ​ຜ່າ​ການ​ທ້າ​ທາຍ​ໃຫ້​ໄດ້.

 


ຂ່າວ/ບົດ​ອື່ນ