ຜູ້ມີສິດເລືອກຕັ້ງຕີລາຄາສູງກ່ຽວກັບການປ່ຽນໃໝ່ຮູບການຊັກຖາມແລະຕອບຄຳຊັກຖາມ

ຜູ້ມີສິດເລືອກຕັ້ງຕີລາຄາສູງກ່ຽວກັບການປ່ຽນໃໝ່ຮູບການຊັກຖາມແລະຕອບຄຳຊັກຖາມ - ảnh 1
ທ່ານປະທານສະພາແຫ່ງຊາດ ກ່າວຄຳເຫັນ
ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: VGP/NhatBac)

(vovworld) –​​​ ​ ​​​ ​ເມື່ອ​ຕິດຕາມ​ວາລະ​ຊັກ​ຖາມ​ໃນ​ວັນ​ທີ 16/11 ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະຄອນ ດ່າ​ໜັງ ຕີ​ລາຄາ​ສູງ​ການ​ປ່ຽນ​ໃໝ່​ຮູບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖານ​ໃນ​ຄັ້ງ​ນີ້. ທ່ານ ​ເຈີ່ນ​ວັນ​ໝີ ຜູ້​ມີ​ສິດ​ເລືອ​ງຕັ້ງ​ເມືອງ ​ເຊີນ​ຈາ ນະຄອນ ດ່າ​ໜັງ ຖື​ວ່າ:

        “ຜູ້​ມີ​ສິດ​ເລືອ​ງຕັ້ງມີ​ຄວາມສົນ​ໃຈ​ທີ່​ສຸດ ​ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ແມ່ນ ຮູບ​ການ​ຊັກ​ຖາມ​ໄດ້​ປ່ຽນ​ໃໝ່. ສະມາຊິກ​ສະພາ​ແຫ່ງ​ຊາດ ສາມາດ​ຕັ້ງ​ຄຳ​ຖາມ ບໍ່​ວ່າ​ສະມາຊິກ​ໃດ​ ຂອງຄະນະລັດຖະບານ ກ່ຽວ​ກັບ​ບັນດາ​ຄຳ​ໝັ້ນໝາຍ​ຕໍ່ໜ້າ​ຜູ້​ມີ​ສິດ​ເລືອ​ງຕັ້ງ. ຈາກ​ນັ້ນ, ​ເຮັດ​ແຈ້ງ​ຄວາມ​ຮັບຜິດ​ຊອບ​ຂອງ​ບັນດາ​ຫົວໜ້າ​ຂະ​ແໜງ​ການ​ກ່ຽວ​ກັບ​ຄຳ​ໝັ້ນ​ໝາຍຂອງ​ຕົນ”

        ຜູ້​ມີ​ສິດ​ເລືອກ​ຕັ້ງ ຫງວຽນ​ແທງ​ກວາງ ​ເທດສະບານ ຢາ​​ເຫງຍ ​ແຂວງ ດັກ​ນົງ ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໂດຍ​ຜ່ານ​ບົດ​ລາຍ​ງານ ​ແລະ ບາງ​ຄຳ​ເຫັນ​ທີ່ສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ສ່ອງ​ແສງ​ຖືກ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ - ສັງຄົມ, ຊີວິດ​ການ​ເປັນ​ຢູ່ຄື: ຮັບປະກັນ​ຄວາມ​ສະຫງົບ​ທາງ​ດ້ານ​ສັງຄົມ, ພັດທະນາ​ເສດຖະກິດ. ພິ​ເສດ, ລັດຖະບານ ກໍ​ສຸມ​ໃສ່​ແກ້​ໄຂ​ບັນດາ​ຂົງ​ເຂດ​ປາຍ​ແຫຼມ​ຢ່າງ​ມີ​ປະສິດທິ​ຜົນ. ຄຽງ​ຂ້າງ​ນັ້ນ, ຜູ້​ມີ​ສິດ​ເລືອ​ງຕັ້ງ​ຍັງ​​ເອົາ​ໃຈ​ໃສ່​ເຖິງ​ຫລາຍ​ບັນຫາຄື: ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຮັບປະກັນ​ສິດ​ຂອງ​ປະຊາຊົນ​ ​ເມື່ອ​ປະຕິບັດ​ໂຄງການ​ໃຫຍ່. ບັນຫາ​ໜຶ່ງ​ອີກ​ແມ່ນ​ກ່ຽວ​ກັບ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ”.

ຂ່າວ/ບົດ​ອື່ນ