ຜູ້ມີສິດເລືອກຕັ້ງຕີລາຄາສູງວາລະຊັກຖາມຄອງຄະນະປະຈຳສະພາແຫ່ງຊາດຊຸດທີ 13



ຜູ້ມີສິດເລືອກຕັ້ງຕີລາຄາສູງວາລະຊັກຖາມຄອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
ທ່ານ​ລັດຖະມົນຕີວ່າການ, ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື

(vovworld) – ຕາມ​ລາຍການ​ຂອງ​ວາລະ​ຊັກ​ຖາມ​ຄັ້ງ​ທີ 36 ຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 13/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ໄດ້​ດຳ​ເນີນ​ວາລະ​ຊັກ​ຖາມ​ທ່ານ​ລັດຖະມົນຕີວ່າການ, ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື. ຕາມ​ການ​ຕີ​ລາຄາ​ຂອງ​ທ່ານ Yring Adrong, ຫົວໜ້າ​ຄະນະ​ຊົນ​ເຜົ່າ​ແຂວງ​ດັກ​ລັກ ແລ້ວ, ​ເລື່ອງ​ປະຕິບັດ​ນະ​ໂຍບາຍ​ລົງທຶນ​ພັດທະນາ​ເສ​ດຖະກິດ, ສັງຄົມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສຳຄັນ. ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ສຶກສາ, ສາທາລະນະ​ສຸກ… ​ໄດ້​ຮັບ​ການ​ພັດທະນາ, ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ໄດ້​ຮັບ​ການ​ລົງ​ທືນ​ໂດຍ​ພື້ນຖານ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນທີ່​ແທດ​ຈິງ, ສະພາບ​ການ​ຜະລິດ​ຂອງ​ບັນດາ​ຄອບຄົວ​ມີ​ການ​ຫັນປ່ຽນ​ຕາມ​ທິດ​ຕັ້ງໜ້າ, ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ ຫງວຽນ​ຈູງ​ຮ໋ຽວ, ປະທາ​ນຄະນະ​ກຳມະການ​ປະຊາຊົນ​ແຂວງ​ຊອກ​ຈັງ, ຖື​ວ່າ: ລາຍການ​ລົງທຶນ​ພັດທະນາ​ເສດຖະກິດ, ສັງຄົມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ​ທີ່​ມີ​ຕໍ່​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ